PTTLAOຂອບໃຈ ແລະຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ປ້ຳນ້ຳມັນ ພີທີທີ(ລາວ) ສາຂາຫນອງແຕ່ງ

ໃນວັນທີ 12ເມສາ2025 ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ສະແດງຄວາມຂອບໃຈ ແລະຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ປ້ຳນ້ຳມັນ ພີທີທີ(ລາວ) ສາຂາຫນອງແຕ່ງ ໃນການປະຕິບັດຫນ້າທີ່ລະງັບເຫດໄຟໄຫມ້ລົດໃນຂະນະທີ່ມາເຕີມນ້ຳມັນໃນປ້ຳ ເປັນການສະແດງເຖິງຄວາມມີສັກກະຍະພາບຢ່າງຍິ່ງໃນການປະຕິບັດວຽກງານຮັກສາມາດຕະການດ້ານຄວາມປອດໄພໄດ້ຢ່າງເປັນເລີດ ຕາມແບບແຜນນະໂຍບາຍຂອງບໍລິສັດທີ່ວາງອອກ ທັງນີ້ ພີທີທີ(ລາວ) ຂໍຂອບໃຈພະນັກງານທຸກຄົນທີ່ຕັ້ງໃຈປະກອບສ່ວນປະຕິບັດວຽກງານດ້ວຍຄວາມທຸ້ມເທຕະຫລອດມາ ພ້ອມນີ້ຂໍຂອບໃຈພາກສ່ວນອື່ນໆບໍ່ວ່າຈະເປັນຫນ່ວຍງານກູ້ໄພ ຫນ່ວຍງານດັບເພີງ ແລະຜູ້ທີ່ມີສ່ວນຮ່ວມທຸກຄົນທີ່ໃຫ້ການຊ່ວຍເຫລືອໃນເຫດການຄັ້ງນີ້ ຂໍອວຍພອນໄຊໃຫ້ທຸກຄົນຈົ່ງປະສົບແຕ່ຄວາມສຸກໂຊກດີຕະຫລອດໄປ ດ້ວຍຄວາມປາຖະຫນາດີຈາກ ບໍລິສັດ ... ອ່ານເພີ່ມເຕີມ

ສະບາຍດີປີໃຫມ່ລາວ ພສ 2568

ສະບາຍດີປີໃຫມ່ລາວ ພສ 2568 ຂໍອວຍພອນໄຊໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມສຸກຈະເລີນຮຸ່ງເຮືອງຕະຫລອດການ ໂຊກຫມານຕະຫລອດປີ ເປັນເສດຖີຕະຫລອດໄປ ມີອາຍຸ ວັນນະ ສຸກຂະ ພະລະ ດ້ວຍເທີ້ນ #ສະບາຍດີປີໃຫມ່ລາວ ພສ 2568 #PTTLAO ... ອ່ານເພີ່ມເຕີມ

ແຈ້ງການມື້ພັກເດີນທາງປອດໄພໄປກັບPTTLAO

ຂໍໃຫ້ທຸກທ່ານທີ່ຈະເດີນທາງໃນຊ່ວງປີໃຫມ່ລາວນີ້ ຈົ່ງເດີນທາງໂດຍສະຫວັດດີພາບ ໃຫ້ ພີທີທີ(ລາວ) ເປັນຈຸດເຕີມເຕັມຄວາມສຸກໃຫ້ກັບທ່ານ #ເດີນທາງປອດໄພໄປກັບPTTLAO #PTTLAO ... ອ່ານເພີ່ມເຕີມ