ຂ່າວສານ ແລະ ກິດຈະກຳ

_DSC5120

ບໍລິສັດພີທີທີ(ລາວ)ຈຳກັດ ໄດ້ຈັດງານສຳມະນາຄູ່ຄ້າ PTT Station & Café Amazon ພາຍໃຕ້ຫົວຂໍ້ Be Partner Be Family

11/12/2024
ໃນວັນສຸກ ທີ 06/12/2024 ທີ່ຜ່ານມາບໍລິສັດພີທີທີ(ລາວ)ຈຳກັດ ໄດ້ຈັດງານສຳມະນາຄູ່ຄ້າ PTT Station & Café Amazon ພາຍໃຕ້ຫົວຂໍ້ Be Partner Be Family ໂດຍການເປັນປະທານຂອງທ່ານ ດິດສະທັດ ປັນຍາລະຊຸນ CEO, OR ພ້ອມດ້ວຍຄະນະຜູ້ບໍລິຫານງານ OR, ທ່ານ ພີລະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດພີທີທີ(ລາວ)ຈຳກັດ ພ້ອມດ້ວຍ ຄະນະຜູ້ບໍລິຫານງານ ບໍລິສັດພີທີທີ(ລາວ) ແລະ ຄູ່ຄ້າ ເພື່ອເປັນການຂອບໃຈຄູ່ຄ້າທຸກທ່ານຕະຫລອດໄລຍະເວລາທີ່ດຳເນີນທຸລະກິດຮ່ວມກັນຜ່ານມາ ເຊິ່ງພາຍໃນງານສຳມະນາໄດ້ມອບລາງວັນສະຖານີບໍລິການນ້ຳມັນດີເດັ່ນ ແລະ ຮ້ານຄາເຟອາເມຊອນດີເດັ່ນ ໃຫ້ກັບຄູ່ຄ້າ ທ່ານ ດິດສະທັດ ປັນຍາລະຊຸນ CEO, OR ໄດ້ຂຶ້ນກ່າວເປີດງານ ພ້ອມກັບຂອບໃຈຄູ່ຄ້າທຸກທ່ານ ທີ່ໄດ້ຮ່ວມກັນພັດທະນາທຸລະກິດຂອງ ພີທີທີ(ລາວ) ໃຫ້ເຕີບໂຕຢ່າງຍືນຍົງຄຽງຄູ່ກັນໄປກັບ ສປປ.ລາວ ທ່ານ...
S__3350629_0

ບໍລິສັດ PTTLAO ແລະບໍລິສັດ BEERLAO ລົງນາມຮ່ວມມືກັນເພື່ອເສີມສ້າງຄວາມຫຼາກຫຼາຍ ແລະ ມອບປະສົບການສຸດພິເສດໃຫ້ກັບລູກຄ້າ ໃນ ສປປ ລາວ.

22/11/2024
ໃນວັນທີ 20 ພະຈິກ 2024 – ບໍລິສັດ ພີທີທີ(ລາວ)ຈຳກັດ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ລົງນາມເຊັນສັນຍາຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ຊຸກຍູ້ການເຕີບໂຕທາງທຸລະກິດ ແລະ ເສີມຂະຫຍາຍຕະຫຼາດ. ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ຂອງ ບໍລິສັດ ເບຍລາວ ເຊິ່ງມີຜູ້ບໍລິຫານຂອງທັງສອງບໍລິສັດເຂົ້າຮ່ວມ ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອໍານວຍການ PTT Lao Co., Ltd. ແລະ ຕ່າງໜ້າບໍລິສັດ ເບຍລາວ ຈຳກັດນຳໂດຍ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການໃຫຍ່. ທ່ານ ພີຣະເວດ ນະ ຣະນອງ ໄດ້ສະແດງຄວາມຮູ້ສຶກຕໍ່ການຮ່ວມມືຄັ້ງນີ້ວ່າ: “ພວກເຮົາຕື່ນເຕັ້ນເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບບໍລິສັດເບຍລາວ, ການຮ່ວມມືໃນຄັ້ງນີ້ບໍ່ພຽງແຕ່ຈະເສີມສ້າງຄວາມແຂງແກ່ນໃຫ້ກັບຜະລິດຕະພັນຂອງພວກເຮົາ ແຕ່ຍັງເປັນການຂະຫຍາຍການເຂົ້າເຖິງຕະຫລາດໃນລາວ ໃຫ້ທົ່ວເຖິງກວ່າເກົ່າ. ພວກເຮົາທັງສອງບໍລິສັດພ້ອມແລ້້ວທີ່ຈະສ້າງມາດຖານໃໝ່ໃນການມອບຄຸນະພາບທີ່ດີ ແລະ ຄວາມເພິ່ງພໍໃຈໃນກັບລູກຄ້າຂອງພວກເຮົາ” ທ່ານ...
467321829_1123678443094082_8322457850505058040_n

ບໍລິສັດ PTTLAO ຮ່ວມສືບສານປະເພນີແຫ່ຜາສາດເຜິ້ງເພື່ອສັກກາລະໃນງານບຸນພຣະທາດຫລວງ

18/11/2024
ພາບບັນຍາກາດ ບໍລິສັດພີທີທີ(ລາວ)ຈຳກັດ ຮ່ວມສືບສານປະເພນີແຫ່ຜາສາດເຜິ້ງເພື່ອສັກກາລະໃນງານບຸນພຣະທາດຫລວງທີ່ຜ່ານມາ ນຳພາໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການໃຫຍ່ ແລະຄະນະຜູ້ບໍລິຫານງານ ພ້ອມທັງພະນັກງານວິຊາການ ລູກຄ້າ ແລະຄູ່ຄ້າ ຢ່າງເປັນຂະບວນຟົດຟື້ນ #PTTLAO #ແຫ່ຜາສາດເຜິ້ງ #ບຸນນະມັດສະການພຣະທາດຫລວງວຽງຈັນ ...
S__3285014

ບໍລິສັດ PTTLAO ຄົບຮອບ 31 ປີ ຈັດພິທີໃສ່ບາດຖວາຍສັງຄະທານແດ່ພຣະສົງ

18/11/2024
ເປັນເວລາ 31 ປີ ທີ່ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ກໍ່ຕັ້ງແລະເຕີບໂຕ ຄຽງຄູ່ກັບການຮັບໃຊ້ສັງຄົມລາວຈົນເຖິງປະຈຸບັນໄດ້ຜັນຂະຫຍາຍການບໍລິການມີຫລາກຫລາຍຜະລິດຕະພັນບໍ່ວ່າຈະເປັນ ສະຖານີບໍລິການນ້ຳມັນ, ຮ້ານຄາເຟ່ອາເມຊອນ, ສູນບໍລິການ FIT Auto LAO, ຮ້ານເຂົ້າປຽກປູປາກເຊ, ຮ້ານຊານົມໄຂ່ມຸກ Pearly Tea Lao. ບໍລິສັດ ພີທີທີ(ລາວ) ຈຳກັດ ຂໍເປັນສ່ວນຫນຶ່ງໃນການເຕີບໃຫຍ່ຂະຫຍາຍໂຕ ຮ່ວມກັບ ສປປ.ລາວຢ່າງຫມັ້ນຄົງຍາວນານຕໍ່ໄປ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງ ບໍລິສັດ ພີທີທີ(ລາວ)ຈຳກັດ ຄົບຮອບ 31 ປີ, ທີ່ສຳນັກງານໃຫຍ່ໄດ້ຈັດພິທີໃສ່ບາດ ຖວາຍສັງຄະທານແດ່ພຣະສົງ ພ້ອມທັງເຮັດພິທີບາສີສູ່ຂວັນ ແລະ ກິດຈະກຳ ແຈກລາງວັນໃຫ້ແກ່ພະນັກງານເຂົ້າຮ່ວມໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອໍານວຍການໃຫຍ່ ພ້ອມຄະນະຜູ້ບໍລິຫານ ແລະ​ ບັນດາພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງກັນ. ...
462554521_552957950756920_2225974224324217235_n

ບໍລິສັດ PTTLAO ມອບຜ້າຫົ່ມກັນຫນາວ ຈຳນວນ 100 ຜືນ ໃຫ້ແກ່ອົງການກາແດງ ແຫ່ງຊາດລາວ

18/11/2024
ບໍລິສັດ ພີທີທີ(ລາວ)ຈຳກັດໄດ້ເຂົ້າຮ່ວມກິດຈະກຳບຳເພັນສາທາລະນະປະໂຫຍດ ເນື່ອງໃນໂອກາດວັນນະວະມິນທະຣະມະຫາຣາດ 13 ຕຸລາ 2024 ແລະ ວັນປີຍະມະຫາຣາດ 23 ຕຸລາ 2024 ທີ່ທາງເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ທີມປະເທດໄທ, ຂ້າຣາຊະການ ແລະ ເຈົ້າໜ້າທີ່ສະຖານເອກອັກຄະຣາຊະທູດໄທ ແລະ ພາກເອກກະຊົນໄທໃນ ສປປ ລາວ ຈັດກິດຈະກຳຈິດອາສາຂຶ້ນ. ເມື່ອວັນທີ 31 ຕຸລາ 2024 ຕາງຫນ້າບໍລິສັດ ໂດຍທ່ານ ນິກອນ ວັງວິເສດ ຮອງອຳນວຍການສາຍງານຈັດຫາຜະລິດຕະພັນແລະໂລຈິສຕິກ, ທ່ານ ການົນ ຮ່ວມຊາດ ຮອງອຳນວຍການສາຍງານການຕະຫລາດ ພ້ອມດ້ວຍພະນັກງານວິຊາການບໍລິສັດ ໄດ້ເຂົ້າພົບທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ ມອບຜ້າຫົ່ມກັນຫນາວ ຈຳນວນ 100 ຜືນ ໃຫ້ແກ່ອົງການກາແດງ ແຫ່ງຊາດລາວ ເພື່ອນຳໄປມອບໃຫ້ກັບຜູ້ປະສົບອຸທົກກະໄພໃນ...
S__11272195

ບໍລິສັດ PTTLAO ຕັ້ງ Booth ສິນຄ້າ Cafe Amazon ທີ່ງານ Made in Laos 2024

02/10/2024
ພິທີເປີດງານຜະລິດຕະພັນລາວ Made in Laos 2024 ໃນວັນທີ 01/10/2024 ເປັນປະທານເປີດງານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ) ເຊິ່ງພາຍໃນງານບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ເຂົ້າຮ່ວມຕັ້ງ Booth ສິນຄ້າ Cafe Amazon ພ້ອມເປີດໂຕຜະລິດຕະພັນໃຫມ່ Drip Coffee Bolaven ພວກເຮົາຮູ້ສຶກຂອບໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມທີ່ Booth Cafe Amazon ພ້ອມນີ້ ພີທີທີ(ລາວ)ມີຄວາມພູມໃຈທີ່ໄດ້ເປັນສ່ວນຫນຶ່ງໃນການສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ ຫລຸດຜ່ອນການນຳເຂົ້າສິນຄ້າສິນຄ້າຈາກຕ່າງປະເທດ ພາຍໃຕ້ຫົວຂໍ້ທີ່ວ່າ "ຊຸກຍູ້ຜັກດັນເສດຖະກິດ ຜະລິດຕະພັນລາວ ກ້າວສູ່ສາກົນ" ຂໍເຊີນຊວນທຸກທ່ານທີ່ເຂົ້າມາທ່ຽວຊົມໃນງານແວ່ອຸດຫນູນພວກເຮົາດ້ວຍຕັ້ງແຕ່ມື້ນີ້ຈົນເຖິງ 07ຕຸລາ 2024 ...
S__11280403_0

ບໍລິສັດ PTTLAO ຮ່ວມກັບພະແນກການຄ້າແຂວງ ລົງປະຕິບັດວຽກປະຈຳໄຕມາດສຸດທ້າຍ (Calibration ) ຫົວຈ່າຍນ້ຳມັນ ຈຳນວນ 8 ແຂວງ

02/10/2024
ຫນ່ວຍງານກວດສອບຄຸນະພາບນ້ຳມັນ ບໍລິສັດ ພີທີທີ(ລາວ)ຈຳກັດ ຮ່ວມກັບພະແນກການຄ້າແຂວງໄດ້ລົງເຄື່ອນໄຫວປະຕິບັດວຽກງານປະຈຳປີໄຕມາດສຸດທ້າຍ ໃນໄລຍະວັນທີ 16/09/2024-30/09/2024 ( Calibration ) ຫົວຈ່າຍນ້ຳມັນ ຈຳນວນ 8 ແຂວງມີ: ແຂວງບໍລິຄຳໄຊ, ແຂວງຊຽງຂວາງ; ແຂວງຄຳມ່ວນ; ແຂວງສະຫວັນນະເຂດ; ແຂວງສາລະວັນ; ແຂວງເຊກອງ; ແຂວງອັດຕະປື ແລະ ແຂວງຈຳປາສັກ ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ ...