ຂ່າວສານ ແລະ ກິດຈະກຳ

PTTLAO ສະຫນັບສະຫນູນງານ ແຂ່ງຂັນດຶງເຊືອກເປີດກວ້າງອາຊຽນປະຈຳປີ 2025
28/02/2025ຜ່ານມາສຳເລັດເປັນທີ່ຮຽບຮ້ອຍສຳລັບງານແຂ່ງຂັນກິລາດຶງເຊືອກເປີດກວ້າງອາຊຽນ ປະຈຳປີ 2025 ຈັດທີ່ໂຮງແຮມດອນຈັນພາເລດ ວັນທີ່20/02/2025 ເຊິ່ງບໍລິສັດ ພີທີທີ(ລາວ)ຈຳກັດຂອງພວກເຮົາກໍ່ໄດ້ເປັນຜູ້ສະຫນັບສະຫນູນແລະເຂົ້າຮ່ວມພ້ອມທັງເກັບພາບບັນຍາກາດພາຍໃນງານມາຝາກ #PTTLAO #ແຂ່ງຂັນກິລາດຶງເຊືອກເປີດກວ້າງອາຊຽນ Cr ສະຫະພັນກິລາດຶງເຊືອກແຫ່ງຊາດລາວ ...

ການລົງ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ຂອງກົມມາດຕະຖານແລະວັດແທກທີ່ສາງນ້ຳມັນ PTTLAO
28/02/2025ໃນລະຫວ່າງວັນທີ 11/02/2025-20/02/2025 ພະແນກອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກ ໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ທີ່ສາງນ້ຳມັນ ບໍລິສັດ ພີທີທີ (ລາວ)ຈຳກັດ ຈຳນວນ 7 ສາງນ້ຳມັນດັ່ງນີ້: 1. ສາງນ້ຳມັນ ນະຄອນຫລວງວຽງຈັນ(ຫລັກ28) 2. ສາງນ້ຳມັນປາກຊັນ 3. ສາງນ້ຳມັນແຂວງສະຫວັນນະເຂດ 4. ສາງນ້ຳມັນແຂວງຈຳປາສັກ 5. ສາງນ້ຳມັນເມືອງຫົງສາ 6. ສາງນ້ຳມັນເມືອງເງິນ 7. ສາງນ້ຳມັນແຂວງບໍ່ແກ້ວ ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ ...

PTTLAO ສະຫນັບສະຫນູນໂຄງການໂຄງການສອນນ້ອງອອມ 8
28/02/2025ບໍລິສັດ ພີທີທີ(ລາວ)ຈຳກັດ ມີຄວາມຍິນດີທີ່ໄດ້ເປັນສ່ວນຫນຶ່ງຂອງໂຄງການດີໆແບບນີ້ ໂຄງການສອນນ້ອງອອມ ຄັ້ງທີ8 #PTTLAO #ໂຄງການສອນນ້ອງອອມ8 https://www.facebook.com/share/p/14PQjfXhE1 ...

PTTLAO ສະຫນັບສະຫນູນໂຄງການແບ່ງປັນປຶ້ມໃຫ້ນ້ອງອ່ານ
28/02/2025PTTLAO ມີຄວາມຍິນດີທີ່ໄດ້ເປັນສ່ວນຫນຶ່ງໃນການສະຫນັບສະຫນູນໂຄງການດີໆແບບນີ້ #ໂຄງການແບ່ງປັນປຶ້ມໃຫ້ນ້ອງອ່ານ #PTTLAO https://www.facebook.com/share/p/14PQjfXhE1 ...

Cafe Amazon ເປີດສາຂາໃຫມ່ ສາຂາ ສາມຫຼ່ຽມທອງຄຳ
28/02/2025ຄາເຟ່ ອາເມຊອນ ສະບາຍດີ ມີສາຂານ້ອງໃໝ່ມາລາຍງານຕົວ ທີ່ພ້ອມເປີດບໍລິການທ່ານແລ້ວມື້ນີ້ວັນທີ 03 ກຸມພາ 2025 ນີ້ເປັນຕົ້ນໄປ ຄາເຟ່ ອາເມຊອນ ສາຂາ ສາມຫຼ່ຽມທອງຄຳ ເປັນສາຂາທີ່ຕັ້ງຢູ່ ບ້ານ ເຂດເສດຖະກິດພິເສດ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ໂດຍເປີດໃຫ້ບໍລິການທ່ານຢູ່ພາຍໃນ ເຂດເສດຖະກິດພິເສດ ເປັນຄາເຟ່ ອາເມຊອນ ອີກຈຸດໜຶ່ງໄວ້ໃຫ້ທ່ານມາພັກຜ່ອນ ດື່ມກາເຟ ແບບຊິວໆໃຫ້ຄວາມຮູ້ສຶກຜ່ອນຄາຍໃນທຸກຄັ້ງທີ່ນັ່ງດື່ມເຄື່ອງດື່ມຂອງ ຄາເຟ່ ອາເມຊອນ ສາຂາ ສາມຫຼ່ຽມທອງຄຳ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ. . . ມາພ້ອມໂປຣໂມຊັ້ນໄວ້ໃຫ້ທ່ານ #ໂປຣໂມຊັ້ນທີ1 - ຊື້ເຄື່ອງດື່ມ2ຈອກ ຮັບແຜ່ນຮອງຈອກຄາເຟ່ ອາເມຊອນໄປເລີຍ 1ອັນ(ດ່ວນຈຳນວນຈຳກັດ) #ໂປຣໂມຊັ້ນທີ2 - ຊື້ເຄື່ອງດື່ມ2ຈອກ ຮັບຄູປອງດື່ມຟຣີ 1ຈອກ (ດ່ວນຈຳນວນຈຳກັດ) #ຢ່າລືມ!! ເລື້ອກຮັບໂປຣໂມຊັ້ນໃດໜຶ່ງທີທ່ານຕ້ອງການໄດ້ເລີຍ #ສະເພາະທີ່ຄາເຟ່...

Happy Lunar New Year 2025
28/01/2025Happy Lunar New Year 2025 ເຮັງເຮັງລວຍລວຍ #PTTLAO #happylunarnewyear ...

PTTLAO ສະຫນັບສະຫນູນງານ ແຂ່ງຂັນກິລາບານເຕະ Lao Youth Union Cup
28/01/2025ໃນຫວ່າງບໍ່ດົນມານີ້, ຢູ່ເດີ່ນກິລາຄົບວົງຈອນລ້ານຊ້າງ ບ້ານ ໜອງໄຮ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດການແຂ່ງຂັນກິລາເຕະບານ ຊີງຂັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2024, ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົ່ວຊົງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີການນໍາຈາກບັນດາກະຊວງ-ອົງການ, ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ແຂກຖືກເຊີນ, ພະນັກງານ, ລັດຖະກອນ, ຄະນະຊີ້ນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມ. ບໍລິສັດ ພີທີທີ(ລາວ) ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນງານຄັ້ງນີ້ເຊິ່ງມີຄວາມຫມາຍຄວາມສຳຄັນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນສະເຫຼີມສະຫຼອງສາມວັນປະຫວັດສາດຄື: ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ; ວັນຊາດທີ 2 ທັນວາ ຄົບ ຮອບ 50 ປີ, ວັນຄ້າຍວັນ...