ເສັ້ນທາງແຫ່ງຄວາມສໍາເລັດ…
ທີ່ເຮົາຈະກ້າວໄປນໍາກັນ

ຄວາມເປັນມາ

 

ຮ້ານກາເຟ Café Amazon ໄດ້ກໍາເນີດຂື້ນຄັ້ງທໍາອິດໃນປີ ຄ.ສ. 2002 ເພື່ອເພີ່ມສັກກະຍະພາບທາງການຕະຫລາດຂອງ ສະຖານີບໍລິການນໍ້າມັນ ປຕທ. ລວມເຖີງຕອບສະໜອງຄວາມຕ້ອງການຂອງລູກຄ້າໃນສະຖານີບໍລິການນໍ້າມັນໄດ້ຢ່າງຄົບວົງຈອນ ຕໍ່ມາ Café Amazon ໄດ້ຂະຫຍາຍທຸລະກິດອອກສູ່ຕ່າງປະເທດ ລວມເຖີງປະເທດລາວ ພາຍໃຕ້ການບໍລິຫານງານຂອງ ບໍລິສັດ ພີທີທີ ( ລາວ ) ຈໍາກັດ ໂດຍໄດ້ເລີ່ມເປີດຮ້ານ Café Amazon ສາຂາທໍາອິດໃນປີ ຄ.ສ. 2012 ແລະ ໄດ້ຂະຫຍາຍທຸລະກິດຢ່າງຕໍ່ເນື່ອງມາຈົນເຖິງປະຈຸບັນ ດ້ວຍການຕົບແຕ່ງຮ້ານແນວທໍາມະຊາດ ແລະ ບັນຍາກາດອັນຮົ່ມເຢັນຜ່ອນຄາຍອັນເປັນເອກະລັກ ເຮັດໃຫ້ຮ້ານ Café Amazon ປຽບສະເໝືອນແຫຼ່ງນັດພົບ ແຫຼ່ງພັກຜ່ອນສໍາຫລັບຄົນເດີນທາງ ແລະ ດ້ວຍການຕອບຮັບທີ່ດີຈາກຜູ້ບໍລິໂພກ ເຮັດໃຫ້ທຸລະກິດ Café Amazon ເຕີບໂຕຂື້ນຢ່າງວ່ອງໄວ ແລະ ມີສາຂາກະຈາຍຢູ່ທົ່ວປະເທດ. ມື້ນີ້ Café Amazon ພ້ອມແລ້ວທີ່ຈະເປີດໂອກາດໃຫ້ກັບຜູ້ທີ່ສົນໃຈ ໄດ້ເຂົ້າມາຮ່ວມເປັນເຈົ້າຂອງທຸລະກິດຮ້ານກາເຟ Café Amazon ເທິງເສັ້ນທາງສູ່ຄວາມສໍາເລັດຂອງ Café Amazon ໃນປະເທດລາວ.

ຮູບແບບຂອງສີນຄ້າ ແລະ ບໍລິການ

 

ຈັດຈໍາໜ່າຍເຄື່ອງດື່ມ ແລະ ເຂົ້າໜົມ ລວມທັງສີນຄ້າພີມ້ຽມ ໂດຍເນັ້ນສີນຄ້າ ແລະ ການບໍລິການ ທີ່ມີຄຸນນະພາບເພື່ອຕອບສະໜອງ ຄວາມຕ້ອງການຂອງຜູ້ບໍລິໂພກ

ຄຸນສົມບັດຂອງຜູ້ສະໝັກແຟຣນຊາຍ Café Amazon

 

1. ເປັນບຸກຄົນທີ່ສາມາດຈົດທະບຽນວິສາຫະກິດໃນປະເທດລາວໄດ້.
2. ຜູ້ສະໝັກຕ້ອງປະຕິບັດຕາມຫຼັກເກນ ເງື່ອນໄຂ ແລະ ມາດຕະຖານຕາມລະບົບແຟຣນຊາຍຂອງ Café Amazon ຢ່າງເຄັ່ງຄັດ.
3. ຜູ້ສະໝັກຈະຕ້ອງເປັນຜູ້ຈັດຫາພື້ນທີ່ດັ່ງກ່າວ ແລະ ຕ້ອງສະແດງຫຼັກຖານກໍາມະສິດ ຫຼື ສິດທິໃນການໃຊ້ພື້ນທີ່ດັ່ງກ່າວ ແລະ ພື້ນທີ່ຕັ້ງຮ້ານຈະຕ້ອງຜ່ານການເຫັນດີຈາກຄະນະກໍາມະການຂອງ Café Amazon.
4. ຜູ້ສະໝັກຈະຕ້ອງມີຄວາມພ້ອມໃນການຈັດຫາບຸກຄະລາກອນເພື່ອຮອງຮັບການບໍລິຫານຮ້ານ.
5. ຜູ້ສະໝັກຈະຕ້ອງສາມາດເຂົ້າຮັບການຝືກອົບຮົມຕາມທີ່ Café Amazon ກໍານົດ ເພື່ອພ້ອມໃນການເປັນຜູ້ບໍລິຫານຮ້ານ.
6. ຜູ້ສະໝັກຈະຕ້ອງມີຄວາມພ້ອມດ້ານການລົງທຶນສ້າງຮ້ານລວມທັງການປັບປຸງຮ້ານທຸກ 3 ປີ.
7. ຜູ້ສະໝັກສາມາດທຸ້ມເທເວລາຍ່າງເຕັມທີ່ໃນການບໍລິຫານຈັດການຮ້ານ Café Amazon ໃຫ້ໄດ້ຕາມມາດຕະຖານທີ່ Café Amazon ກໍານົດ.
8. ມີໃຈຮັກໃນການປະກອບທຸລະກິດຮ້ານກາເຟ ງານບໍລິການ ແລະ ເນັ້ນລູກຄ້າເປັນຫລັກ.
9. ມີທັດສະນະຄະຕິທີ່ດີ ແລະ ມີຄວາມເຂົ້າໃຈໃນການດໍາເນີນທຸລະກິດ Café Amazon ພາຍໄຕ້ລະບົບແຟຣນຊາຍ.

ການລົງທືນໃນທຸລະກິດຮ້ານກາເຟ Café Amazon

 

ຮ້ານກາເຟ Café Amazon ມີ 2 ປະເພດຄື ຮ້ານໃນສະຖານີບໍລິການນໍ້າມັນ ປຕທ. ແລະ ຮ້ານທີ່ຕັ້ງນອກສະຖານີບໍລິການນໍ້າມັນ ໂດຍການລົງທຶນໃນທຸລະກິດຮ້ານກາເຟ Café Amazon ທັງ 2 ປະເພດມີລາຍລະອຽດເບື້ອງຕົ້ນດັ່ງນີ້

 

ລາຍລະອຽດຮ້ານໃນສະຖານີບໍລິການນໍ້າມັນຮ້ານນອກສະຖານີບໍລິການນໍ້າມັນ
ໄລຍະເວລາສັນຍາ10 ປີ6 ປີ
ຄ່າກໍ່ສ້າງຕົບແຕ່ງຮ້ານ
ຄ່າອອກແບບ ແລະ ກໍ່ສ້າງຮ້ານປະມານ 1,600,000 ບາດຂື້ນກັບແບບຮ້ານ
ຄ່າອຸປະກອນ ແລະ ເຟີນິເຈີປະມານ 1,000,000 ບາດຂື້ນກັບແບບຮ້ານ
ຄ່າໃຊ້ຈ່າຍແລກເຂົ້າ
ຄ່າສິດແຟຣນຊາຍຍົກເວັ້ນ200,000 ບາດ
ຄ່າປະກັນແບຣນ (ໄດ້ຮັບຄືນເມື່ອສີ້ນສຸດສັນຍາ)100,000 ບາດ100,000 ບາດ
ຄ່າດຳເນີນການກ່ອນເປີດຮ້ານ170,000 ບາດ200,000 ບາດ
ຄ່າໃຊ້ຈ່າຍລາຍປີ
ຄ່າເຊົ່າເຄື່ອງບັນທຶກການຂາຍ (POS)55,000 ບາດ/ປີ55,000 ບາດ/ປີ
ຄ່າໃຊ້ຈ່າຍລາຍເດືອນ
Royalty fee3% ຂອງຍອດຂາຍ3% ຂອງຍອດຂາຍ
Marketing fee3% ຂອງຍອດຂາຍ3% ຂອງຍອດຂາຍ

*ເປັນລາຄາປະມານ ເຊິ່ງອາດຈະປ່ຽນໄປຕາມສະພາວະການຕະຫຼາດ

ຜົນປະໂຫຍດທີ່ຜູ້ສະໝັກແຟຣນຊາຍ Café Amazon ຈະໄດ້ຮັບ

 

1. ສິດໃນການໃຊ້ເຄື່ອງໝາຍການຄ້າ ເຄື່ອງໝາຍບໍລິການຂອງ Café Amazon ລວມໄປເຖິງສິດໃນການໃຫ້ບໍລິການຕາມມາດຕະຖານຂອງ Café Amazon ຕະຫຼອດໄລຍະເວລາສັນຍາ.
2. ໄດ້ຮັບສິດໃນການໃຊ້ສູດເຄື່ອງດື່ມ ທີ່ມີລົດຊາດອັນເປັນເອກະລັກຂອງ Café Amazon ລວມເຖິງມີສິດໃນການຊື້ວັດຖຸດິບ ບັນຈຸ ແລະ ສີນຄ້າຕ່າງໆພາຍໃຕ້ເຄື່ອງໝາຍການຄ້າ Café Amazon.
3. ລະບົບຄອມພິວເຕີ້ເຊື່ອມໂຍງລະຫວ່າງຮ້ານ Café Amazon ແລະ ສໍານັກງານໃຫຍ່ ເຮັດໃຫ້ທ່ານສາມາດດໍາເນີນທຸລະກິດໄດ້ຢ່າງງ່າຍດາຍ.
4. ພະນັກງານທຸກຄົນຈະໄດ້ຮັບການຝືກອົບຮົມ ເພື່ອໃຫ້ມີຄວາມພ້ອມໃນການປະຕິບັດງານ ທັດສະນະໃນການຈັດຕຽມເຄື່ອງດື່ມ ການຂາຍ ການໃຫ້ບໍລິການ ການໃຊ້ງານລະບົບຕ່າງໆ ແລະ ການບໍລິຫານຈັດການຮ້ານ.
5. ການອົບຮົມໜ້າຮ້ານກ່ອນເປີດຮ້ານ ເພື່ອໃຫ້ພະນັກງານໄດ້ຝຶກປະຕິບັດງານສະຖານທີ່ຈິງ.
6. ການກວດສອບມາດຕະຖານ ແລະ ການໃຫ້ຄໍາແນະນໍາໂດຍເຈົ້າໜ້າທີ່ຂອງ Café Amazon ເພື່ອປັບປຸງຮ້ານ ແລະ ການບໍລິຫານງານໃຫ້ຖືກຕ້ອງຕາມມາດຕະຖານ.
7. ການຈັດກິດຈະກໍາທາງການຕະຫຼາດ ການໂຄສະນາປະຊາສໍາພັນ ແລະ ກິດຈະກໍາສົ່ງເສີມການຂາຍ.
8. ຄວາມຊ່ວຍເຫລືອໃນຊ່ວງເປິດຮ້ານ.
9.ການໃຫ້ຄໍາປຶກສາໂດຍທີມງານຂອງ Café Amazon.
10.ຄູ່ມືການປະຕິບັດງານ (Operational Manual).

ສົນໃຈສະໝັກເຂົ້າຮ່ວມລົງທືນ ຫຼື ຂໍລາຍລະອຽດເພີ່ມເຕີມ

 

ຜູ້ສົນໃຈສາມາດຕິດຕໍ່ຂໍແບບຟອມແຈ້ງເພື່ອຈໍານົງເປີດຮ້ານກາເຟ Café Amazon ແລະ ຍື່ນແບບຟອມ ພ້ອມເອກະສານປະກອບຂໍ້ມູນໄດ້ທີ່

E-mail: SOMPHAIVANH.S@pttlao.com
(+856-20) 9866 2979

 

ຫຼືຍື່ນເອກະສານດ້ວຍໂຕເອງທີ່ ສໍານັກງານ Café Amazon ຊັ້ນ 5 ຮ້ານ Café Amazon ສາຂາວັດຈັນ (ແຄມຂອງ) ລະຫວ່າງເວລາ 9.00 – 17.00 ນ.