ຄຸນສົມບັດຂອງຜູ້ສະໝັກ

  1. ປະກອບແບບຟອມໃບສະໝັກ ຕາມທີ່ ບໍລິສັດ ພີທີທີ (ລາວ) ຈຳກັດ ກຳນົດ
  2. ເປັນບຸກຄົນທີ່ສາມາດຈົດທະບຽນວິສາຫະກິດໃນ ສປປ.ລາວ ໄດ້.
  3. ຜູ້ສະໝັກຕ້ອງເປັນຜູ້ຈັດຫາພື້ນທີ່ ແລະ ຕ້ອງສະແດງຫຼັກຖານກຳມະສິດ ຫຼື ສິດທິໃນການໃຊ້ພື້ນທີ່ ທີ່ຈະສ້າງຕັ້ງສະຖານີບໍລິການນໍ້າມັນ ຂະໜາດພື້ນທີ່ເລີ້ມຕັ້ງແຕ່ 40 m x 40 m.
  4. ຜູ້ສະໝັກຕ້ອງມີຄວາມພ້ອມດ້ານການລົງທຶນກໍ່ສ້າງສະຖານີບໍລິການນໍ້າມັນ ພ້ອມທັງປັບປຸງທຸກໆ 5 ປີ.
  5. ຜູ້ສະໝັກຕ້ອງປະຕິບັດຕາມຫຼັກເກນ ຕາມເງື່ອນໄຂ ແລະ ມາດຕະຖານຂອງ ບໍລິສັດ ຢ່າງເຄັ່ງຄັດ.
  6. ຜູ້ສະໝັກຈະຕ້ອງມີຄວາມພ້ອມໃນການຈັດຫາບຸກຄະລາກອນ ເພື່ອຮອງຮັບການບໍລິຫານ ແລະ ການເປິດໃຫ້ບໍລິການຂອງ ສະຖານີບໍລິການນໍ້າມັນ.
  7. ມີໃຈຮັກໃນການປະກອບທຸລະກິດສະຖານີບໍລິການນໍ້າມັນ ວຽກງານບໍລິການ ແລະ ເນັ້ນລູກຄ້າເປັນຫຼັກ.
  8. ມີທັດສະນະຄະຕິທີ່ດີ ແລະ ມີຄວາມເຂົ້າໃຈໃນການດຳເນີນທຸລະກິດ ສະຖານີບໍລິການນໍ້າມັນ ພາຍໃຕ້ລະບົບແຟຣນຊາຍ.

ສົນໃຈສະໝັກເປັນຕົວແທນຈຳໜ່າຍຂອງ ສະຖານີບໍການນໍ້າມັນ ພີທີທີ (ລາວ)

ທ່ານໃດມີຄວາມສົນໃຈສະໝັກເປັນຕົວແທນຈຳໜ່າຍຂອງ ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ສາມາດດາວໂຫຼດແບບຟອມ ຫຼື ຕິດຕໍ່ຂໍແບບຟອມ ເພື່ອແຈ້ງຄວາມຕ້ອງການເປີດສະຖານີບໍລິການນໍ້າມັນຕົວແທນຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຕາມລາຍລະອຽດລຸ່ມນີ້

ເບີຕິດຕໍ່: (+856-21) 453391

ຫຼື ຍື່ນເອກະສານດ້ວຍຕົນເອງທີ່

ສຳນັກງານໃຫຍ່ ບໍລິສັດ ພີທີທີ (ລາວ) ຈໍາກັດ