ການແຈ້ງຂໍ້ຮ້ອງຮຽນ ແລະ ລາຍງານການແຈ້ງຂໍ້ຮ້ອງຮຽນ

 

ຕາມນະໂຍບາຍ ບໍລິສັດ ພີທີທີ (ລາວ) ຈໍາກັດ ທີ່ມຸ່ງເນັ້ນການສ້າງຄວາມເຊື່ອໝັ້ນ ແລະ ການຮັບຜິດຊອບຕໍ່ຜູ້ມີສ່ວນໄດ້ສ່ວນເສຍໂດຍລວມ ໃຫ້ສອດຄ່ອງຕາມຫຼັກການກຳກັບເບິ່ງແຍງກິດຈະການທີ່ດີ ແລະ ຫຼັກການການດຳເນີນທຸລະກິດຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ ຜ່ານການດຳເນີນງານທີ່ໂປ່ງໃສ ເປັນທຳ ກວດສອບໄດ້ ລວມທັງຮັບຟັງຄວາມຄິດເຫັນ ແລະ ຂໍ້ສະເໜີແນະຂອງລູກຄ້າ ຕະຫຼອດຈົນຈັດໃຫ້ມີການເປີດຂໍ້ຮ້ອງຮຽນທີ່ກ່ຽວຂ້ອງກັບ ພີທີທີ (ລາວ).

 

ທ່ານສາມາດແຈ້ງຂໍ້ຮ້ອງຮຽນ ຂໍ້ສະເໜີແນະ ຫຼື ສອບຖາມຂໍ້ມູນທົ່ວໄປກ່ຽວກັບ ພີທີທີ (ລາວ) ຜ່ານທາງໂທລະສັບ ເບີຕິດຕໍ່ (85621) 453391 ຫຼື ຜ່ານທາງ Email: Souksakhone.b@pttlao.com ໂດຍທີ່ຜູ້ຮ້ອງຮຽນຈະຕ້ອງແຈ້ງຂໍ້ມູນປະກອບການຮ້ອງຮຽນໄດ້ແກ່ ຊື່ຜູ້ຕິດຕໍ່ ເບີໂທລະສັບ ອີເມວຜູ້ຕິດຕໍ່ ຊື່ເລື້ອງ ແລະ ລາຍລະອຽດການຮ້ອງຮຽນ ເພື່ອເປັນປະໂຫຍດຕໍ່ການແຈ້ງຜົນການດຳເນີນງານ.

 

ຂໍ້ມູນສ່ວນຕົວຂອງທ່ານຈະຖືກເກັບຮັກສາໄວ້ເປັນຄວາມລັບ ແລະ ບໍ່ເປີດເຜີຍຕໍ່ບຸກຄົນອື່ນ