ໃນວັນທີ 20/01/2025 ພະແນກອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກນະຄອນຫລວງວຽງຈັນ ໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຮ່ວມກັບໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ຂອງບໍລິສັດພີທີທີ (ລາວ)ຈຳກັດ ຈຳນວນ 4 ສະຖານີບໍລິການນ້ຳມັນດັ່ງນີ້:
1. ສະຖານີບໍລິການນ້ຳມັນ ຫນອງດາ
2. ສະຖານີບໍລິການນ້ຳມັນ ຫນອງແຕ່ງ
3. ສະຖານີບໍລິການນ້ຳມັນ ນາຊາຍທອງ
4. ສະຖານີບໍລິການນ້ຳມັນ ທ່າສະຫວ່າງ
ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ



ສະຖານີບໍລິການນ້ຳມັນຫນອງດາ


ສະຖານີບໍລິການນ້ຳມັນຫນອງແຕ່ງ


ສະຖານີບໍລິການນ້ຳມັນນາຊາຍທອງ


ສະຖານີບໍລິການນ້ຳມັນທ່າສະຫວ່າງ