ໃນວັນທີ 19/01/2025 ທີ່ຜ່ານມາ ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ເຂົ້າຮ່ວມກິດຈະກຳ ງານແຂ່ງຂັນກິລາ LHB 3×3 Basketball ແລະ ເປັນຜູ້ສະຫນັບສະຫນູນງານທີ່ຈັດຂຶ້ນໃນລະຫວ່າງວັນທີ 15-19/01/2025 ສະຖານທີ່ແມ່ນ Vientiane Life Center. ຈຸດປະສົງຂອງການຈັດງານໃນຄັ້ງນີ້ແມ່ນເພື່ອລະດົມທຶນຈັດແຄັມເຝິກສອນກິລາ Basketball ສຳລັບເຍົາວະຊົນ-ໄວຫນຸ່ມອາຍຸ 10-19ປີ

ພີທີທີ(ລາວ) ມີຄວາມຍິນດີທີ່ໄດ້ມີສ່ວນຮ່ວມໃຫ້ນ້ອງເຍົາວະຊົນມີໂອກາດພັດທະນາສັກກະຍະພາບ ທັກສະທາງດ້ານກິລາບານບ້ວງ ເຝິກຝົນຕົນເອງເພື່ອເປົ້າຫມາຍ ແລະ ຮ່ວມເປັນກຳລັງສຳຄັນໃນການສ້າງຊື່ສຽງໃຫ້ກັບຕົນເອງໃນຂັ້ນຕໍ່ໄປຈົນເຖິງລະດັບຊາດ

ພີທີທີ(ລາວ) ຂໍເຕີບໂຕຢ່າງຍືນຍົງຄຽງຄູ່ກັບການພັດທະນາຂອງ ສປປ.ລາວ

#PTTLAO

#LAOHUGBAS

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.