ໃນຫວ່າງບໍ່ດົນມານີ້, ຢູ່ເດີ່ນກິລາຄົບວົງຈອນລ້ານຊ້າງ ບ້ານ ໜອງໄຮ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດການແຂ່ງຂັນກິລາເຕະບານ ຊີງຂັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2024, ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົ່ວຊົງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີການນໍາຈາກບັນດາກະຊວງ-ອົງການ, ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ແຂກຖືກເຊີນ, ພະນັກງານ, ລັດຖະກອນ, ຄະນະຊີ້ນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມ.


ບໍລິສັດ ພີທີທີ(ລາວ) ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນງານຄັ້ງນີ້ເຊິ່ງມີຄວາມຫມາຍຄວາມສຳຄັນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນສະເຫຼີມສະຫຼອງສາມວັນປະຫວັດສາດຄື: ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ; ວັນຊາດທີ 2 ທັນວາ ຄົບ ຮອບ 50 ປີ, ວັນຄ້າຍວັນ ເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ກໍຄື ວັນສ້າງຕັ້ງ ຊປປ ລາວ ຄົບຮອບ 70 ປີ, ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ເພື່ອເປັນການຜັນຂະຫຍາຍວາລະແຫ່ງຊາດໃນການສະກັດກັ້ນບັນຫາຢາເສບຕິດ ທັງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມ, ເຍົາວະຊົນຫັນມາຫຼິ້ນກິລາ ແລະ ຫ່າງໄກຈາກຢາເສບຕິດ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີຮັກແພງ ລະຫວ່າງ ຄະນະຊາວໜຸ່ມບັນດາອົງການ, ກະຊວງ ແລະ ນະຄອນຫຼວງວຽງຈັນ.



ສໍາລັບທີມທີ່ເຂົ້າຮ່ວມ ປະກອບມີ 23 ທີມ ແບ່ງອອກເປັນ 4 ສາຍ ວັນເວລາການແຂ່ງຂັນທຸກ ວັນພຸດ, ພະຫັດ, ສຸກ ເວລາ 09:00-18:00 ໂມງ ຂອງທຸກໆອາທິດທີ່ເດີ່ນບານເຕະລ້ານຊ້າງ ບ້ານ ໜອງໄຮ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.