ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ເຂົ້າຮ່ວມກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ແລະ ນິທັດສະການການລົງທຶນຂອງໄທກັບການພັດທະນາທີ່ຍືນຍົງໃນ ສປປ ລາວ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ – ລາວ.

ເມື່ອວັນທີ 21 ສິງຫາ 2025 ທີ່ຜ່ານມາ, ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ເປັນເຈົ້າພາບຈັດກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ແລະ ນິທັດສະການການລົງທຶນຂອງໄທກັບການພັດທະນາທີ່ຍືນຍົງໃນ ສປປ ລາວ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ – ລາວ ໃນຫົວຂໍ້ “ພາກທຸລະກິດໄທ ເພື່ອການເຕີບໃຫຍ່ຂອງໄທ – ສປປ ລາວ ຮ່ວມກັນຢ່າງຍືນຍົງ” ທີ່ ໂຮງແຮມສຸພັດຕຣາ ວຽງຈັນ, ນະຄອນຫຼວງວຽງຈັນ, ໂດຍມີທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມກິດຈະກຳສຳມະນາໃນຄັ້ງນີ້ດ້ວຍ.
ກິດຈະກຳສຳມະນາແບ່ງອອກເປັນສອງພາກຄື: (1) ແນວທາງການສົ່ງເສີມການລົງທຶນກັບການພັດທະນາແບບຍືນຍົງ ແລະ (2) ບົດບາດຂອງພາກທຸລະກິດໄທ ໃນ ສປປ ລາວ, ໂດຍບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ເຂົ້າຮ່ວມເປັນວິທະຍາກອນເພື່ອບອກເລົ່າປະສົບການຈາກການດຳເນີນທຸລະກິດໃນ ສປປ ລາວ ຮ່ວມກັບບັນດາພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ



ແລະໃນໂອກາດດຽວກັນນີ້, ພີທີທີ (ລາວ) ໄດ້ຈັດສະແດງກິດຈະກຳງານດ້ານການສະໜັບສະໜູນບໍ່ວ່າຈະເປັນດ້ານການສຶກສາ, ສິ່ງແວດລ້ອມ, ຊຸມຊົນ ແລະ ການຊ່ວຍເຫລືອສັງຄົມອື່ນໆ ໃນງານນິທັດສະການການລົງທຶນກັບການພັດທະນາແບບຍືນຍົງໃນ ສປປ ລາວ ເພື່ອເນັ້ນໜັກເຖິງບົດບາດການລົງທຶນທີ່ມີຄຸນນະພາບຂອງພາກເອກະຊົນໄທ ເພື່ອການພັດທະນາບຸກຄະລາກອນ, ເສີມສ້າງຊຸມຊົນ ແລະ ຮັກສາສິ່ງແວດລ້ອມ ເພື່ອການເຕີບໃຫຍ່ທີ່ຍືນຍົງຮ່ວມກັນລະຫວ່າງໄທ ແລະ ສປປ ລາວ.

ກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ຈັດຂຶ້ນໂດຍມີຈຸດປະສົງແນໃສ່ການແລກປ່ຽນປະສົບການ ແລະ ຂໍ້ຄິດເຫັນກ່ຽວກັບການລົງທຶນເພື່ອການເຕີບໃຫຍ່ທີ່ຍືນຍົງຮ່ວມກັນລະຫວ່າງໄທ ແລະ ສປປ ລາວ, ໂດຍເນັ້ນຍ້ຳເຖິງບົດບາດການລົງທຶນທີ່ມີຄຸນນະພາບຂອງໄທ ແລະ ເນັ້ນຍ້ຳຄວາມຕັ້ງໃຈທີ່ຈະເປັນຄູ່ຮ່ວມເພື່ອການພັດທະນາທີ່ຍືນຍົງ ຈາກວິໄສທັດຂອງຜູ້ແທນພາກທຸລະກິດໄທໃນພາກສ່ວນຕ່າງໆ ທີ່ໃຫ້ຄວາມສຳຄັນໃນເລື່ອງການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບຄຸນນະພາບຊີວິດ, ການຮັກສາສິ່ງແວດລ້ອມ, ການສະໜັບສະໜູນທາງດ້ານການສຶກສາ, ດ້ານສາທາລະນະສຸກ ແລະ ການພັດທະນາສັງຄົມ ແລະ ຊຸມຊົນ ແລະ ນິທັດສະການໃນຄັ້ງນີ້ໄດ້ຮັບການຕອບຮັບເປັນຢ່າງດີ ແລະ ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນຂອງໄທ ແລະ ສປປ ລາວ ຫຼາຍກວ່າ 250 ຄົນ.
Cr.by: Royal Thai Embassy, Vientiane
