ໃນຕອນເຊົ້າຂອງວັນທີ 28/04/2025 ທີ່ກອງກິລາ ກະຊວງປ້ອງກັນປະເທດ ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ມອບການອຸປະຖຳໃຫ້ກັບສະໂມສອນບານເຕະກອງທັບປະຊາຊົນລາວ ຢ່າງເປັນທາງການ ຕາງຫນ້າມອບໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ(ລາວ)ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານ ແລະ ຕາງຫນ້າຮັບມອບໂດຍ ພັນເອກ ສີບູນ ທຳມະວົງ ຫົວຫນ້າກອງກິລາ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບກຽດເປັນສັກຂີພະຍານການມອບຮັບຄັ້ງນີ້ ໂດຍ ທ່ານ ພັນເອກ ນິທິໂຣດ ວໍຣະຊາດທິນະສານ ຜູ້ຊ່ວຍທູດຝ່າຍທະຫານບົກແລະຮັກສາຣາຊະການຜູ້ຊ່ວຍທູດຝ່າຍທະຫານ ແຫ່ງຣາຊະອານາຈັກໄທ. ບໍລິສັດ ພີທີທີ(ລາວ)ຈຳກັດ ມີຄວາມຍິນດີທີ່ໄດ້ເປັນສ່ວນຫນຶ່ງໃນການອຸປະຖຳສົ່ງເສີມກິລາບານເຕະ ທັງນີ້ເພື່ອເປັນການສົ່ງເສີມກິລາບານເຕະອາຊີບໃນລາວໃຫ້ມີຂະບວນການຟົດຟື້ນ ສ້າງຄ່ານິຍົມໃຫ້ເຍົາວະຊົນຫັນມາໃຊ້ເວລາວ່າງຫລິ້ນກິລາຫ່າງໄກຈາກປະກົດການຫຍໍ້ທໍ້ໃນສັງຄົມ ພັດທະນາສັກກະຍະພາບນັກກິລາສູ່ອາຊີບ ແລະ ສ້າງຊື່ສຽງຕໍ່ໄປໃນລະດັບຊາດ

#PTTLAO

#ສະຫນັບສະຫນູນສະໂມສອນບານເຕະກອງທັບປະຊາຊົນລາວ

#ArmyFC

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.