ໃນວັນທີ17/09/2024 ບໍລິສັດ ພີທີທີ (ລາວ) ຈຳກັດ

ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອຳນວຍການ ພ້ອມດ້ວຍຄະນະ ໄດ້ນໍາເອົາຖົງຢັງຊີບ ມອບເບື້ອງຕົ້ນໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງຫາດຊາຍຟອງຈຳນວນ 300 ຖົງ ມູນຄ່າ 10.000.000 ກີບ ຕາງໜ້າຮັບໂດຍ ທ່ານ ບຸນເພັງ ສີນະວົງພອນ ກຳມະການພັກ ນະຄອນຫລວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງພ້ອມດ້ວຍຄະນະທັງສອງພາກສ່ວນເຂົ້າຮ່ວມ.

ໃນມື້ດຽວກັນ ໄດ້ມອບຖົງຢັງຊີບ ຈຳນວນ 300 ຖົງ ມູນຄ່າ 10.000.000 ກີບ ໃຫ້ກັບຫ້ອງວ່າການປົກຄອງນະຄອນຫລວງ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພຢູ່ຕາມຈຸດຕ່າງໆ

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.