ໃນຕອນແລງຂອງວັນທີ 25/04/2025 ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດສຳມະນາ ແລກປ່ຽນຄວາມຮູ້ກ່ຽວກັບໂຄງສ້າງລາຄານ້ຳມັນເຊື້ອໄຟຂອງປະເທດໄທ ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບກຽດເປັນປະທານຮັບຟັງການບັນຍາຍໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວຫນ້າກົມການຄ້າພາຍໃນ ໃນການບັນຍາຍເລື່ອງໂຄງສ້າງ ລາຄານ້ຳມັນຂອງປະເທດໄທຄັ້ງນີ້ ທາງບໍລິສັດ ພີທີທີ(ລາວ) ຈຳກັດ ໄດ້ເຊີນ ທ່ານ ຣະຊາ ອຸໄທຈັນ ຮອງກຳມະການຜູ້ຈັດການໃຫຍ່ທຸລະກິດຕ່າງປະເທດ ບໍລິສັດ ໂອອາ ປະເທດໄທ ແລະ ທີມງານເຂົ້າບັນຍາຍ ພ້ອມກັນນັ້ນ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ(ລາວ) ຈຳກັດ ຄະນະຜູ້ບໍລິຫານງານ ລວມທັງພະນັກງານວິຊາການ ກໍໄດ້ເຂົ້າຮ່ວມການສຳມະນາຢ່າງພ້ອມພຽງ ນອກຈາກນີ້ ຍັງມີພາກສ່ວນກົມທະບຽນວິສາຫະກິດ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ, ກົມສ່ວຍສາອາກອນ ກໍ່ໄດ້ເຂົ້າຮ່ວມ.

ເນື່ອງດ້ວຍ ບໍລິສັດ ພີທີທີ(ລາວ)ຈຳກັດ ເປັນບໍລິສັດຈຳຫນ່າຍນ້ຳມັນເຊື້ອໄຟພາຍໃນລາວ ທີ່ດຳເນີນທຸລະກິດ ພາຍໃຕ້ກົດຫມາຍຂອງ ສປປ ລາວ ດັ່ງນັ້ນ, ເພື່ອເປັນການສ້າງຄວາມເຂົ້າໃຈຮ່ວມກັນ ການສຳມະນາຄັ້ງນີ້ ຈຶ່ງມີຈຸດປະສົງເພື່ອເປັນການແລກປ່ຽນຄວາມຮູ້ດ້ານໂຄງສ້າງລາຄານ້ຳມັນເຊື້ອໄຟ ແລະ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຮ່ວມມືກັບທາງພາກລັດ ໃນການປະກອບສ່ວນສະຫນອງຂໍ້ມູນທີ່ເປັນປະໂຫຍດ ໃຫ້ແກ່ການພັດທະນາດ້ານການຈຳຫນ່າຍເຊື້ອໄຟພາຍໃນປະເທດ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.