ໃນວັນທີ19/12/2024 ເວລາ 17:00 ໂມງ ທີ່ເດີ່ນເຕະບານເຟີຣາຣີ້ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ສະມາຄົມນັກຂ່າວແຫ່ງ ສປປ.ລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພີຣະເວດ ນະ ຣະນອງ ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ທອງຫຼໍ ດວງສະຫວັນ ຫົວຫນ້າບັນນາທິການໃຫຍ່ຫນັງສືພິມພາສາຕ່າງປະເທດ ຄະນະປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ແລະ ພາກສ່ວນບັນດາສະມາຊິກສະມາຄົມນັກຂ່າວແຫ່ງ ສປປ.ລາວ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ


