News and Activity

PTT Station Buakhiam (XiengKhuang 1) is now open.
21/01/2022ສະຖານີບໍລິການນໍ້າມັນ ພີທີທີ ບົວຄ່ຽມ (ຊຽງຂວາງ 1)ຕັ້ງຢູ່ ບ້ານທົ່ງມິໄຊ, ເມືອງແປກ, ແຂວງຊຽງຂວາງ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນວັນທີ 17 ມັງກອນ 2022 ທີ່ຜ່ານມາ. ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ທ່ານ ນາງ ບົວຄ່ຽມ ພານຸວົງ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ບົວຄ່ຽມ (ຊຽງຂວາງ 1), ທ່ານ ວິທະຍາ ວິບູນທີຣະວຸດ ຮອງຜູ້ອຳນວຍການ ສາຍການຕະຫຼາດ ບໍລິສັດ ພີທີທີ (ລາວ) ຈຳກັດ, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍແຂກທີ່ມີກຽດເຂົ້າຮ່ວມໃນງານ. ສະຖານີບໍລິການນໍ້າມັນ...

Management met with potential partners on a new year occasion.
20/01/2022ໃນວັນທີ 17 ມັງກອນ 2022 ທ່ານ ທີຮະ ວິຮະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມຄະນະຜູ້ບໍລິຫານ ໄດ້ເຂົ້າອວຍພອນ ທ່ານ ຊານໄຊ ພົມສຸວັນ ຜູ້ອຳນວຍການໃຫ່ຍ ບໍລິສັດ ເອັສທີ-ເມືອງໄທປະກັນໄພ ພ້ອມຄະນະຜູ້ບໍລິຫານ ທີ່ສຳນັກງານໃຫຍ່ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ. ເປັນການພົບປະຢ້ຽມຢາມ ປຶກສາຫາລືແລກປ່ຽນບົດຮຽນ ແນວທາງການດຳເນີນທຸລະກິດ ຄຽງຄູ່ກັບຍຸກສະໄໝໃໝ່ ພ້ອມທັງປັບແຜນການດຳເນີນທຸລະກິດແບບໃໝ່ໃນຍຸກ ໂຄວິດ-19. ...

Managing Director of PTT (Lao) Co., Ltd. visited the Minister of Industry and Commerce.
20/01/2022ໃນວັນທີ 13 ມັງກອນ 2022 ທ່ານ ທີຮະ ວິຮະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ໄດ້ເຂົ້າຢ້ຽມຢາມອວຍພອນປີໃຫມ່ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ. ໃນໂອກາດດັ່ງກ່າວ, ທ່ານ ທີຮະ ວິຮະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ກໍ່ໄດ້ສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຕໍ່ພັກ-ລັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ມີປະສິດທິຜົນແກ່ ພີທີທີ (ລາວ) ມາໂດຍຕະຫຼອດ. ...

PTT Station Viengchalern is now open.
20/01/2022ສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ ຕັ້ງຢູ່ ບ້ານວຽງຈະເລີນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນວັນທີ 12 ມັງກອນ 2022 ທີ່ຜ່ານມາ. ໃຫ້ກຽດເຂົ້າຮ່ວມສະແດງຄວາມຍິນດີໂດຍ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ແລະ ທ່ານ ນາງ ສິລິໂສພາ ບຸດດາຄຳ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ. ສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ ເປັນສະຖານີໃນຮູບແບບ Standard ມີຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ. ພາຍໃນສະຖານີປະກອບດ້ວຍທຸລະກິດ ຮ້ານ ຄາເຟ່ ອາເມຊອນ, ຮ້ານອາຫານ ແລະ ຮ້ານສະດວກຊື້ ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການ. ...

Management met with potential partners on a new year occasion.
20/01/2022ໃນວັນທີ 11ມັງກອນ 2022 ທ່ານ ທີຮະ ວິຮະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມຄະນະຜູ້ບໍລິຫານ ໄດ້ເຂົ້າອວຍພອນ ທ່ານ ເອກະພັນ ພະພິທັກ ປະທານສະພາຜູ້ບໍລິຫານ ທະນາຄານ ຮ່ວມພັດທະນາລາວ. ເປັນການພົບປະຢ້ຽມຢາມ ປືກສາຫາລືແລກປ່ຽນບົດຮຽນ ແນວທາງການດຳເນີນທຸລະກິດຄ້ຽງຄູ່ກັບຍຸກສະໄຫມໃຫມ່ ພ້ອມປັບແຜນການດຳເນີນທຸລະກິດແບບໃຫມ່ໃນຍຸກ ໂຄວິດ 19. ...

COCO Service Station Contest 2021 (Round 2)
18/01/2022ໂຄງການປະກວດສະຖານີບໍລິການນໍ້າມັນ COCO ດີເດັ່ນ ຮອບທີ 2 ມີ ສະຖານີບໍລິການນໍ້າມັນເຂົ້າຮ່ວມປະກວດ 17 ສະຖານີ, ຜົນການຕັດສິນໃນຮອບນີ້ ເນື່ອງຈາກມີ 3 ສະຖານີທີ່ມີຜົນຄະແນນເທົ່າທຽມກັນຈຶ່ງໄດ້ຕັດສິນໃຫ້ 3 ສະຖານີໄດ້ຮັບລາງວັນທີ 1 ເຊິ່ງໄດ້ແກ່: ສະຖານີບໍລິການນໍ້າມັນ ພີທີທີ ຫຼວງພະບາງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ. ສະຖານີບໍລິການນໍ້າມັນ ພີທີທີ ໄຊທານີ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ສະຖານີບໍລິການນໍ້າມັນ ພີທີທີ ດົງກະໂລງ, ເມືອງປາກເຊ, ແຂວງຈຳປາສັກ. ເປັນໂຄງການທີ່ຈັດຂຶ້ນເພື່ອຍົກລະດັບມາດຕະຖານຂອງສະຖານີບໍລິການນໍ້າມັນໃຫ້ດີຂຶ້ນ, ສ້າງແຮງຈູງໃຈໃນການເຮັດວຽກໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ໃນສະຖານີບໍລິການນໍ້າມັນ COCO ຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ ທົ່ວປະເທດ ແລະ ພັດທະນາການບໍລິການເພື່ອຮັບໃຊ້ສັງຄົມໃຫ້ດີຂຶ້ນເລື້ອຍໆ. ...

PTT (Lao) supported medical staffs during COVID-19.
14/11/2021ໃນຕອນເຊົ້າວັນທີ 18 ຕຸລາ 2021 ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍພະນັກງານ ໄດ້ມອບເຄື່ອງດື່ມ ຊານົມໄຂ່ມຸກ ເພີລີ້ທີ ໃຫ້ແກ່ຄະນະແພດໝໍ 3 ໂຮງໝໍ ໂດຍມີ ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍເສດຖາທິລາດ ຈຳນວນ 600 ຈອກ ລວມມູນຄ່າ 9,990,000 ກີບ. ພີທີທີ (ລາວ) ຂໍເປັນກຳລັງໃຈໃຫ້ແກ່ແພດໝໍທຸກໆທ່ານ ໃນການປະຕິບັດໜ້າທີ່ຕໍ່ສູ້ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ 19 ແລະ ຂໍໃຫ້ຜ່ານພົ້ນວິກິດການໃນໄວໆນີ້. ...