News and Activity

Café Amazon ຈັດການແຂ່ງຂັນ Café Amazon Barista Championship ປະຈຳປີ 2023
13/07/2023ເປີດໂສມຫນ້າ ສຸດຍອດບາຣິສຕ້າ ຜູ້ຄວ້າໄຊຊະນະຈາກການແຂ່ງຂັນ Cafe Amazon Barista Championship 2023 Café Amazon ຈັດການແຂ່ງຂັນ Café Amazon Barista Championship ປະຈຳປີ 2023 ຮອບຊິງຊະນະເລີດທີ່ສູນທຸລະກິດ life style ຫຼື ໂອເອຊິສ(OASYS) ແຂວງພຣະນະຄອນສີອະຍຸດທະຍາ ເມື່ອວັນທີ 6-7 ກໍລະກົດ 2023 ທີ່ຜ່ານມາ ນັບເປັນປີທີ 7 ໂດຍເປີດໂອກາດໃຫ້ບາຣິສຕ້າມືອາຊີບຈາກຮ້ານ Café Amazon ທັງໃນປະເທດ ແລະ ຕ່າງປະເທດ ໄດ້ສະແດງສີມືຢ່າງຂຸ້ນຂ້ຽວ ສຳຫລັບສຸດຍອດບາຣິສຕ້າ ຜູ້ໄດ້ຮັບລາງວັນຊະນະເລີດປະຈຳປີ 2023 ໄດ້ແກ່ ນາງ ດວງດາວ ວົງໄຊຍາ ຈາກ Café Amazon ສາຂາວັດຈັນ ສປປ.ລາວ ລາງວັນຮອງຊະນະເລີດອັນດັບ...

ບໍລິສັດພີທີທີ(ລາວ)ຈຳກັດ ເປັນຜູ້ອຸປະຖຳງານການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ຫຼື ASEAN QUIZ 10th
03/07/2023ບໍລິສັດ ພີທີທີ(ລາວ) ຈຳກັດ ໄດ້ເປັນຜູ້ອຸປະຖຳໃນງານ ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ຫຼື ASEAN QUIZ 10th ທີ່ຈັດຂຶ້ນໃນວັນທີ 30 ມີຖຸນາ 2023 ເຖິງ 01 ກໍລະກົດ 2023 ໂດຍກຸ່ມຕົວແທນນັກສຶກສາ IR Students ‘Group ພາຍໃຕ້ຫົວຂໍ້ ການຫັນເປັນດິຈິຕອລໃນພາກພື້ນອາຊຽນ ຫລື ASEAN DIGITAL HUP ຢູ່ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ຕາງຫນ້າບໍລິສັດພີທີທີ(ລາວ) ຈຳກັດ ເຂົ້າຮ່ວມງານໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານສະຫນັບສະຫນູນອົງກອນ ...

ບໍລິສັດພີທີທີ(ລາວ)ຈຳກັດ ເຂົ້າຮ່ວມການແຂ່ງຂັນເຕະບານກັບ ບໍລີສັດ ປິໂຕລ້ຽມເທຣດດິ້ງ ລາວມະຫາຊົນ
30/06/2023ໃນວັນທີ29/06/2023 ເວລາ 18:00 ໂມງ ທີ່ເດີ່ນເຕະບານເຟີຣາຣີ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ບໍລີສັດ ປິໂຕລ້ຽມເທຣດດິ້ງ ລາວມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ຄຳສອນ ສິດທິໄຊ ຮອງຜູ້ອຳນວຍການ ບໍລີສັດ ປິໂຕລ້ຽມເທຣດດິ້ງ ລາວມະຫາຊົນ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ຂອງທັງສອງບໍລິສັດ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ ...

ບໍລິສັດພີທີທີ(ລາວ)ຈຳກັດ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ
12/06/2023ໃນວັນທີ19/05/2023 ເວລາ 17:00 ໂມງ ທີ່ເດີ່ນເຕະບານເຟີຣາຣີ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ຂອງທັງສອງບໍລິສັດ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ ...

ບໍລິສັດພີທີທີ(ລາວ)ຈຳກັດ ໄດ້ຈັດສຳມະນາອົບຮົມ ຜະລິດຕະພັນນ້ຳມັນເຄື່ອງ ປຕທ ປະຈຳປີ2023
06/03/2023ໃນວັນທີ03/03/2023 ບໍລິສັດພີທີທີ(ລາວ)ຈຳກັດ ໄດ້ຈັດສຳມະນາອົບຮົມ ຜະລິດຕະພັນນ້ຳມັນເຄື່ອງ ປຕທ ປະຈຳປີ2023 ເປັນປະທານໂດຍ ຜູ້ອຳນວຍການບໍລິສັດ ທ່ານ ທີຣະ ວິລະວົງ ໂດຍມີຄູ່ຄ້າເຂົ້າຮ່ວມຮັບຟັງການອົບຮົມ ພ້ອມດ້ວຍພະນັກງານວິຊາການຂອງບໍລິສັດພ້ອມພຽງເຂົ້າຮັບຟັງການເຝິກອົບຮົບ ເຊິ່ງມີວິທະຍາກອນຜູ້ຊ່ຽວຊານຈາກບໍລິສັດ ໂອອາປະເທດໄທເຂົ້າໃຫ້ການອົບຮົມໃນຄັ້ງນີ້ ງານດັ່ງກ່າວຈັດຂຶ້ນທີ່ ໂຮງແຮມ Crow Plaza Vientiane ...

ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ບໍລິສັດ ທະວີສຸກ ກຣຸບ ລົງນາມໃນ (MOU) ສ້າງ Community Mall ໃນພື້ນທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ສາຂາວັງວຽງ ແລະ ທຸລະກິດນຳທ່ຽວ.
21/02/2023ວັນທີ 20 ກຸມພາ 2023 ນີ້ ບໍລິສັດ ພີທີທີ (ລາວ) ຈໍາກັດ แລະ ບໍລິສັດ ທະວີສຸກ ກຣຸບ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສ້າງ Community Mall ໃນພື້ນທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ສາຂາວັງວຽງ ແລະ ທຸລະກິດນຳທ່ຽວ ຕາງໜ້າໂດຍໂດຍ ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ນາງ ບຸນສົ່ງ ຄຳມັງ ຜູ້ອໍານວຍການ ບໍລິສັດ ທະວີສຸກ ກຣຸບ . ເຂົ້າຮ່ວມເປັນສັກຂີພະຍານຈາກ ຄະນະຜູ້ບໍລິຫານງານ, ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີຢ່າງພ້ອມພຽງ ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນທີ່ ໂຮງແຮມ Crown Plaza...

ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ບໍລິສັດ ລາວທານີ ກົນຈັກຫນັກ ຈຳກັດຜູ້ດຽວ ລົງນາມໃນ (MOU) ຕິດຕັ້ງຊຸດເຄື່ອງສາກໄຟຟ້າພາຍໃຕ້ແບຣນໄຟຟ້າ EV Station Pluz | Blue Dot ໃນພື້ນທີ່ປ້ໍານ້ຳມັນ ພີທີທີ (ລາວ) ໃນທົ່ວປະເທດ.
10/01/2023ວັນທີ 9 ມັງກອນ 2023 ນີ້ ບໍລິສັດ ພີທີທີ (ລາວ) ຈໍາກັດ แລະ ບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຼູດອດ) ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າ ພາຍໃຕ້ແບຣນ EV Station Pluz | Blue Dot ພາຍໃນພື້ນທີ່ປ້ໍານ້ຳມັນ ພີທີທີ (ລາວ) ຈຳກັດ ໃນທົ່ວປະເທດ ຕາງໜ້າໂດຍໂດຍ ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານລັດສະສີພົນ ພິມພະຈັນ ຜູ້ອໍານວຍການ ບໍລິສັດ ລາວທານີ ກົນຈັກຫນັກ (ບຼູດອດ). ເຂົ້າຮ່ວມເປັນສັກຂີພະຍານຈາກ ຄະນະຜູ້ບໍລິຫານງານ, ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີຢ່າງພ້ອມພຽງ....