News and Activity

📣📣ປະກາດຮັບສະໝັກພະນັກງານ 📣📣
03/11/2023🎉🎉ບໍລິສັດ ພີທີທີ(ລາວ) ຈຳກັດ ປະກາດຮັບສະຫມັກພະນັກງານ 2 ຕຳແຫນ່ງ: ພະນັກງານຂາຍປະຈຳເຂດ ແລະ ພະນັກງານເຝິກອົບຮົມ ພະນັກງານສະຖານີບໍລິການນ້ຳມັນ 🎉🎉 ສະຖານທີ່ເຮັດວຽກ: ສຳນັກງານໃຫຍ່ບໍລິສັດ ຖະຫນົນກຳແພງເມືອງ, ບ້ານຮ່ອງແກ, ນະຄອນຫລວງວຽງຈັນ ເປີດຮັບສະຫມັກຕັ້ງແຕ່ມື້ນີ້ຈົນເຖິງວັນທີ 30 ພະຈິກ 2023 ເງື່ອນໄຂຜູ້ສະຫມັກ: 1 ຈົບການສຶກສາຊັ້ນສູງ/ປະລິນຍາຕີ ຂຶ້ນໄປ ສາຂາບໍລິຫານທຸລະກິດ ຫລື ສາຂາອື່ນໆທີ່ກ່ຽວຂ້ອງ 2 ເປັນບຸກຄົນສັນຊາດລາວ 3 ສາມາດເດີນທາງຕ່າງແຂວງໄດ້ ແລະ ມີໃບຂັບຂີ່ລົດໃຫຍ່ 4 ຖ້າມີປະສົບການຈະພິຈາລະນາເປັນພິເສດ 5 ສາມາດສື່ສານພາສາອັງກິດ, ພາສາຈີນ, ພາສາຫວຽດນາມ, ພາສາໄທ ຈະພິຈາລະນາເປັນພິເສດ 6 ເງິນເດືອນເປັນໄປຕາມໂຄງສ້າງເງິນເດືອນທີ່ບໍລິສັດກຳຫນົດ ສົນໃຈຕິດຕໍ່ຍື່ນໃບສະຫມັກໄດ້ທີ່ Ms.Phatchanokporn 020 5554 8571 Ms.Pakuchi 020...

ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຕອບຮັບການເປັນປ້ຳແບບຢ່າງໃນການສາທິດການກວດສອບບໍລິມາດນ້ຳມັນໃຫ້ກັບຊ່ຽວຊານຕ່າງປະເທດ.
20/10/2023ໃນວັນທີ 19 ຕຸລາ 2023 ທີ່ສະຖານີບໍລິການນ້ຳມັນພີທີທີລາວ ໂພນຕ້ອງ ນະຄອນຫລວງວຽງຈັນ ຂອງບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ຂະແຫນງຊັບສິນທາງປັນຍາ ມາດຕະຖານ ແລະວັດແທກ ພະແນກອຸດສະຫະກຳແລະການຄ້າ ນະຄອນຫລວງວຽງຈັນ ແລະກົມມາດຕະຖານແລະວັດແທກ ກະຊວງອຸດສາຫະກຳແລະການຄ້າ ລົງປະຕິບັດວຽກສາທິດຂັ້ນຕອນວິທີການ ກວດສອບຫົວຈ່າຍນ້ຳມັນ ແລະ ການຄິດໄລ່ຄ່າອະນຸຍາດ ຂອງມາດຕະຖານບໍລິມາດຫົວຈ່າຍນ້ຳມັນ ໃຫ້ແກ່ຊ່ຽວຊານ ທີ່ມາຈາກປະເທດເຢຍລະມັນ ເຊິ່ງບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ອຳນວຍຄວາມສະດວກດ້ານສະຖານທີ່ ໃຫ້ແກ່ວຽກງານດັ່ງກ່າວ ພ້ອມກັບສົ່ງພະນັກງານວິຊາການຂອງບໍລິສັດ ເຂົ້າຮ່ວມຢ່າງຫ້າວຫັນແລະພ້ອມພຽງກັນ. ...

PTT LAO ແລະ ZIXGAR LAO PDR & SFM GROUP LAO PDR ຮ່ວມລົງນາມໃນ MOUຮ່ວມມືດຳເນີນທຸລະກິດອາຫານປະເພດ Zixgar Light Meal ແລະ Bakery.
11/08/2023ໃນວັນທີ 8 ສິງຫາ 2023 ນີ້ ທີ່ສູນອາຫານໂຊນາ ຟູດເຮົາສ໌ ໄດ້ມີພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ພີທີທີ(ລາວ)ຈໍາກັດ ແລະ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ) ໃນການສະໜອງສິນຄ້າບໍລິໂພກປະເທດອາຫານ ສູ່ຕະຫຼາດລາວ ໂດຍສະເພາະຮ້ານອາເມຊອນໃນ ສປປ ລາວ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ(ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານບໍລິສັດແລະ ທ່ານ ແສງລາຕີ ສະຫວັນຄໍາ ຜູ້ອໍານວຍການ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ)...

ພິທີເປີດ ຮ້ານ Café Amazon ສາຂາ LTC (ລາວ ໂທລະຄົມ) ສາຍລົມ.
10/08/2023ໃນວັນທີ 8 ສິງຫາ 2023 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເປີດ ຮ້ານ Café Amazon ສາຂາ ລາວໂທລະຄົມ ສາຍລົມ ຢ່າງເປັນທາງການ ໃຫ້ກຽດຮ່ວມງານໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພິທີທີ ລາວ ຈໍາກັດ ພ້ອມດ້ວຍຄະນະ, ຄະນະຜູ້ບໍລິຫານກຸ່ມບໍລິສັດ ລາວ ໂທລະຄົມ ແລະ ທີມງານທຸລະກິດ Café Amazon, ໃຫ້ກຽດກ່າວເປີດງານໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ລາວ ໂທລະຄົມ...

ບໍລິສັດພີທີທີ(ລາວ)ຈຳກັດ ເຂົ້າຮ່ວມການແຂ່ງຂັນເຕະບານກັບ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ
19/07/2023ໃນວັນທີ19/07/2023 ເວລາ 16:00 ໂມງ ທີ່ເດີ່ນເຕະບານວິກຕໍຣີ້ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ສາຍຈິດ ສິມມະວົງ ຄະນະອຳນວຍການ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ຂອງທັງສອງອົງກອນ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ ...