News and Activity

ກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ – ລາວ.
04/09/2025ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ເຂົ້າຮ່ວມກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ແລະ ນິທັດສະການການລົງທຶນຂອງໄທກັບການພັດທະນາທີ່ຍືນຍົງໃນ ສປປ ລາວ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ - ລາວ. ເມື່ອວັນທີ 21 ສິງຫາ 2025 ທີ່ຜ່ານມາ, ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ເປັນເຈົ້າພາບຈັດກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ແລະ ນິທັດສະການການລົງທຶນຂອງໄທກັບການພັດທະນາທີ່ຍືນຍົງໃນ ສປປ ລາວ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ...

ພິທີລົງນາມ MOU ສຶກສາຄວາມເປັນໄປໄດ້ ໃນການຮ່ວມມືຍົກລະດັບມາດຕະຖານ ເຕັກນິກສາງນ້ຳມັນເຊື້ອໄຟ ການບໍລິການ ແລະ ພັດທະນາທຸລະກິດອາຍແກ໊ສອຸດສາຫະກຳ
25/08/2025ໃນຕອນເຊົ້າວັນທີ 19/8/2025 ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ໄດ້ຈັດພິທີລົງນາມບັນທຶກຄວາມເຂົ້າໃຈກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືຍົກລະດັບມາດຕະຖານເຕັກນິກສາງນ້ຳມັນເຊື້ອໄຟ ມາດຕະຖານບໍລິການປ້ຳນ້ຳມັນ ແລະ ພັດທະນາທຸລະກິດອາຍແກ໊ສອຸດສາຫະກຳ ລະຫວ່າງ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ໂດຍທ່ານ ວຽງທອງ ວົງທະວິໄລ ຜູ້ອຳນວຍການໃຫຍ່ ແລະ ບໍລິສັດ ພີທີທີ (ລາວ) ຈຳກັດ ໂດຍທ່ານພີຣະເວດ ນະ ຣະນອງ ຜູ້ອຳນວຍການໃຫຍ່ ເປັນສັກຂີພະຍານໂດຍ ທ່ານ ແສງພະນົມຈອນ ອິນທະສານ ຮອງຫົວຫນ້າຫ້ອງການ ກະຊວງອຸດສາຫະກຳແລະການຄ້າ ແລະ ທ່ານ ຊົງພົນ ເທບນຳສົມນາມມະນັດ ຮອງປະທານເຈົ້າຫນ້າທີ່ບໍລິຫານດ້ານທຸລະກິດຕ່າງປະເທດ ບໍລິສັດ ພີທີທີໂອອາ ຈຳກັດ (ມະຫາຊົນ) ພ້ອມຜູ້ບໍລິຫານແລະພະນັກງານທັງສອງຝ່າຍ ອີງໃສ່ການພັດທະນາທາງດ້ານເສດຖະກິດແລະສັງຄົມ ໃນ ສປປ ລາວ ທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຄວາມຕ້ອງການຊົມໃຊ້, ການສົ່ງເສີມແລະຄວາມໝັ້ນຄົງທາງດ້ານພະລັງງານ (ນ້ຳມັນເຊື້ອໄຟ...

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ
22/07/2025ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢ່າງສຸດໃຈ! ( 20 ກໍລະກົດ 1955 - 20 ກໍລະກົດ 2025) ດ້ວຍຄວາມຮູ້ບຸນຄຸນຈາກ ຄະນະບໍລິຫານ ແລະ ພະນັກງານ ບໍລິສັດ ພີທີທີ (ລາວ) ຈຳກັດ ________________________________ ບໍລິສັດ ພີທີທີ (ລາວ) ຈຳກັດ. Tel: 021 453391 ⓕ PTTLAO PDR www.pttlao.com ...

ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຮັບອະນຸຍາດໃຫ້ເຂົ້າພົບທ່ານ ຮສ. ປອ. ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ
14/07/2025ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຮັບອະນຸຍາດໃຫ້ເຂົ້າພົບ ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ສະຖານທີ່ແມ່ນກະຊວງຯ ນຳໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ພ້ອມດ້ວຍຄະນະບໍລິຫານງານ ໄດ້ເຂົ້າຢ້ຽມຂຳນັບ ເພື່ອຂໍທິດຊີ້ນຳແນວທາງຄວາມຮ່ວມມືໃນການສົ່ງເສີມ ແລະ ຍົກລະດັບຄຸນນະພາບສິນຄ້າກະສິກຳລາວ ປະຈຸບັນ ບໍລິສັດ ພີທີທີ (ລາວ) ຈຳກັດ ມີສະຖານີບໍລິການນ້ຳມັນລວມທັງຫມົດ 59 ແຫ່ງທົ່ວປະເທດ ແລະ ມີຮ້ານ ຄາເຟ່ ອາເມຊອນ ຫລາຍເຖິງ 108 ສາຂາ ພວກເຮົາມີຄວາມຕ້ອງການນຳໃຊ້ຜົນຜະລິດທາງກະສິກຳເພື່ອຜະລິດເປັນຜະລິດຕະພັນ ເຊັ່ນ: ເມັດກາເຟນຳໃຊ້ໃນ ຮ້ານຄາເຟ ອາເມຊອນ, ຜະລິດຕະພັນ Bolaven Drip Coffee...

10 ກໍລະກົດ ວັນເຂົ້າພັນສາ
10/07/2025ວັນທີ 10 ກໍລະກົດ ເປັນວັນເຂົ້າພັນສາ ຂໍໃຫ້ທຸກທ່ານມີຈິດໃຈທີ່ສະຫງົບຮົ່ມເຢັນ ມີກຳລັງໃຈໃນການເລີ່ມຕົ້ນສິ່ງດີໆ ພີທີທີ (ລາວ) ຂໍຮ່ວມສືບສານ ຮັກສາຄຸນຄ່າທາງພຸດທະສາສະຫນາ ແລະ ຂໍເປັນສ່ວນຫນຶ່ງໃນການສົ່ງເສີມຄວາມດີງາມໃນສັງຄົມ #ວັນເຂົ້າພັນສາ #ພີທີທີ(ລາວ) ...

