ໃນລະຫວ່າງວັນທີ 27-28/02/2025 ພະແນກອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກແຂວງສະຫວັນນະເຂດແລະແຂວງສາລະວັນໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຮ່ວມກັບໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ຂອງບໍລິສັດພີທີທີ (ລາວ)ຈຳກັດ ຈຳນວນ 8 ສະຖານີບໍລິການນ້ຳມັນດັ່ງນີ້:
1. ສະຖານີບໍລິການນ້ຳມັນ ແກ້ງແຮດ
2. ສະຖານີບໍລິການນ້ຳມັນ ເຊໂນ2
3. ສະຖານີບໍລິການນ້ຳມັນ ຫລັກ35
4. ສະຖານີບໍລິການນ້ຳມັນ ຈະເລີນໄຊ
6. ສະຖານີບໍລິການນ້ຳມັນ VLV
7. ສະຖານີບໍລິການນ້ຳມັນ ພົງສະຫວັນ(ນາປົ່ງ)
8. ສະຖານີບໍລິການນ້ຳມັນ ສາລະວັນ
ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ











