
ໃນວັນທີ 19-23/02/2024 ພະແນກການຄ້າແຂວງເຊກອງ, ພະແນກການຄ້າແຂວງອັດຕະປື ແລະ ການຄ້າແຂວງຈຳປາສັກ ໄດ້ລົງກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2024 ພ້ອມດ້ວຍໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຈຳກັດ
1. ສະຖານີບໍລິການນ້ຳມັນ ເຊກອງ
2. ສະຖານີບໍລິການນ້ຳມັນ ຄູນຄຳ4
3. ສະຖານີບໍລິການນ້ຳມັນ ປາກຊ່ອງ
4. ສະຖານີບໍລິການນ້ຳມັນ ບາຈຽງ
5. ສະຖານີບໍລິການນ້ຳມັນ ວິລະສັກ
6. ສະຖານີບໍລິການນ້ຳມັນ ດວງດີ
7. ສະຖານີບໍລິການນ້ຳມັນ ດົງກະໂລງ
ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ





