ໃນຕອນບ່າຍຂອງວັນທີ 03 ເມສາ 2025 ຄະນະບໍລິຫານງານ ບໍລິສັດ ພີທີທີ(ລາວ)ຈຳກັດ ນຳໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ໄດ້ເຂົ້າຂ່ຳນັບຕໍ່ຫນ້າພິທີໄຫວ້ອາໄລຮັກຕໍ່ການຈາກໄປຂອງ ພະນະທ່ານ ພົນເອກ ຄຳໄຕ ສີພັນດອນ ອາດີດປະທານຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ອາດີດປະທານປະເທດ ແຫ່ງ ສປປ ລາວ ທີ່ ຫໍປະຊຸມແຫ່ງຊາດ.


ພາຍໃນງານ ພີທີທີລາວ ໄດ້ໃຫ້ການສະຫນັບສະຫນູນນ້ຳດື່ມ PTTLAO ແລະ ເຄື່ອງດື່ມອາເມຊອນ ບັນຍາກາດພາຍໃນງານແມ່ນຈັດໃຫ້ມີພິທີເຄົາລົບສົບຂອງບັນດາຄະນະລັດຖະບານ, ກະຊວງກົມກອງ, ລັດວິສາຫະກິດ, ອົງການຂອງລັດ ຕະຫລອດຮອດພາກເອກະຊົນ ແລະ ປະຊາຊາຊົນທົ່ວໄປ ເຊິ່ງເປີດໃຫ້ເຂົ້າຂ່ຳນັບຕັ້ງແຕ່ວັນທີ 3-6 ເມສາ2025 ແລະຈະໄດ້ຊາປະນະກິດສົບລະດັບຊາດໃນວັນທີ 07ເມສາ2025 ທີ່ເດີ່ນພະທາດຫລວງ



ພວກເຮົາໃນນາມບໍລິສັດ ພີທີທີ(ລາວ)ຈຳກັດ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ທ່ານຜູ້ນຳໃນຄັ້ງນີ້ ຂໍສະແດງຄວາມຮູ້ບຸນຄຸນແລະລະນຶກເຖິງຄຸນງາມຄວາມດີຂອງ ພະນະທ່ານ ພົນເອກ ຄຳໄຕ ສີພັນດອນ ຕະຫລອດໄປ

