News and Activity

1

LuangPrabang Hydropower Project

22/02/2021
ໂຄງການເຂື່ອນແມ່ນໍ້າຂອງ ຫຼວງພະບາງ ທີ່ບ້ານຫ້ວຍຍໍ, ແຂວງຫຼວງພະບາງ, ສປປ ລາວ. ກຳລັງການຜະລິດ 1460 ເມກາວັດ ມຸ່ງສົ່ງອອກໄປຍັງປະເທດໄທ ແລະ ຫວຽດນາມ ການກໍ່ສ້າງໃນລະຫວ່າງປີ 2563-2570 ປະຈຸບັນໂຄງການໄດ້ເລີ່ມດຳເນີນການກໍ່ສ້າງເຂື່ອນຫຼວງພະບາງແລ້ວ. ໂດຍ ພີທີທີ (ລາວ) ໄດ້ເຂົ້າປະກວດລາຄາຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ແລະ ໄດ້ຮັບເລືອກສັ່ງຊື້ປະລິມານເບື້ອງຕົ້ນ 21,800 ລິດ ພ້ອມທັງຮັບແຜນການສັ່ງຊື້ລ່ວງໜ້າລະຫວ່າງເດືອນກຸມພາ-ພຶດສະພາ 528 ຖັງ ລວມປະລິມານທັງໝົດ  105,600 ລິດ ແລະ ຮ່ວມເດີນທາງຈັດສົ່ງຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ພ້ອມສຳຫຼວດເສັ້ນທາງ ແລະ ຫາລືກ່ຽວກັບການໃຊ້ຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ເຊິ່ງຖືເປັນໂອກາດອັນດີທີ່ ພີທີທີ (ລາວ) ໄດ້ຂະຫຍາຍຕະຫຼາດເຂົ້າສູ່ອຸດສາຫະກຳໃນ ສປປ ລາວ. ...
1

PTT (Lao) supported drinking water to the Faculty of Environmental Sciences and the Faculty of Economics and Business Administration, National University of Laos.

19/02/2021
ວັນທີ 16 ກຸມພາ 2021 ພີທີທີ (ລາວ) ໄດ້ມອບນໍ້າດື່ມ ໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດມອບຮັບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານທຸລະກິດ Non-oil ພ້ອມດ້ວຍທີມງານ ພີທີທີ (ລາວ) ແລະ ຄູອາຈານຂອງທັງສອງຄະນະ ເປັນການຕໍ່ຍອດໃນການຮ່ວມມືປະກອບສ່ວນສະໜັບສະໜູນໃນການຈັດກິດຈະກຳຕ່າງໆຂອງ ມະຫາວິທະຍາໄລແຫ່ງຊາດ. ...
1

Welcome to the " Bolaven Plateau Coffee Festival 2021"

19/02/2021
     ງານໄດ້ຈັດຂຶ້ນໃນວັນທີ 08-10 ກຸມພາ 2021 ທີ່ສູນການຄ້າ ແຟຣນຊິບມໍ ນະຄອນປາກເຊ, ແຂວງຈຳປາສັກ. ເພື່ອເປັນການຜັນຂະຫຍາຍຍຸດທະສາດ ກາເຟລາວ ແລະ ສົ່ງເສີມດ້ານການຕະຫຼາດກາເຟໃຫ້ກວ້າງຂວາງທັງຢູ້ພາຍໃນ ແລະ ຕ່າງປະເທດ.      “ຄາເຟ່ ອາເມຊອນ” ໄດ້ຮ່ວມເປີດບູ໊ດໃນງານ ເປັນການພົບປະແລກປ່ຽນ ແລະ ຈັບຄູ່ທຸລະກິດ, ການຊື້-ຂາຍ ລະຫວ່າງຜູ້ຜະລິດກາເຟ ຫຼື ຊາວສວນ ແລະ ຜູ້ປຸງແຕ່ງ ການວາງສະແດງສິນຄ້າທີ່ຊ່ວຍໜູນການຜະລິດ-ການປຸງແຕ່ງ ໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ທີ່ເພີ່ມປະສິດທິພາບການຜະລິດກະສິກຳໃຫ້ສູງຂຶ້ນ. ...
1

PTT (Lao) contributes to the asphalt formula

26/01/2021
ເມື່ອວັນທີ 18 ມັງກອນ 2021 ທີ່ຜ່ານມາ ພີທີທີ (ລາວ) ໄດ້ມອບຢາງໝາກຕອຍ ໃຫ້ແກ່ ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ ແລະ ບ້ານນາສ້ຽວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ. ຕາງໜ້າມອບຮັບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສານງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ), ທ່ານ ສຸວັນໄຊ ລິດທະລັງສີ ນາຍບ້ານ ບ້ານໂພນສົມບູນ ພ້ອມດ້ວຍການຈັດ ຕັ້ງບ້ານໂພນສົມບູນ, ທ່ານ ສົມຊາຍ...
S__11075604

The 2nd HAND WORLD Project

22/01/2021
ໂຄງການໂລກມືສອງ ( 2nd HAND WORLD ) ແມ່ນໜຶ່ງໃນໂຄງການທີ່ໄດ້ຮັບລາງວັນຈາກໂຄງການຂອງອົງການສະຫະປະຊາຊາດເພື່ອການພັດທະນາ ( UNDP ) ເປັນໂຄງການແຂ່ງຂັນເພື່ອສົ່ງເສີມຮູບແບບເສດຖະກິດຮອບວຽນ ( Circular Economy ) ໃນການຈັດການສິ່ງເສດເຫຼືອຮ່ວມກັບ UNDP ເປັນໂຄງການທີ່ຮັກສາສິ່ງແວດລ້ອມ ແລະ ຊ່ວຍເຫຼືອສັງຄົມໂດຍສົ່ງເສີມການໝູນວຽນ ການນໍາໃຊ້ເຄື່ອງ, ນໍາເອົາເຄື່ອງມືສອງຈາກສັງຄົມໄປບໍລິຈາກ ເພື່ອຕອບສະໜອງສິ່ງທີ່ຍັງຂາດແຄນໃຫ້ແກ່ບ້ານ ແລະ ໂຮງຮຽນ ໂດຍສະເພາະແມ່ນບ້ານທີ່ມີຄວາມທຸກຍາກທີ່ສຸດ. ເພື່ອປູກຝັງຈິດສຳນຶກໃຫ້ກັບນ້ອງນ້ອຍນັກຮຽນໃຫ້ຮູ້ເຖິງຄວາມສຳຄັນໃນການຈັດການສິ່ງເສດເຫຼືອ ແລະ ການໝູນໃຊ້ເຄື່ອງໃຫ້ເກີດປະໂຫຍດສູງສຸດ.     ໂຄງການໂລກມືສອງ ປີ 2021 ນີ້ ພີທີທີ (ລາວ) ກໍ່ໄດ້ເປັນສ່ວນໜຶ່ງໃນໂຄງການ ເຊິ່ງໄດ້ມອບເງິນສະໜັບສະໜູນໃຫ້ແກ່ໂຄງການ ມູນຄ່າ 4,000,000 ກີບ ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ)...
2

Seminar and lecture on plastic waste management at the Faculty of Environmental Sciences

22/12/2020
ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຮັບກຽດຈາກ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມການສຳມະນາ ແລະ ຮ່ວມບັນຍາຍ ໃນວັນທີ 16-17 ທັນວາ 2020 ໃນຫົວຂໍ້ການຈັດການສີ່ງເສດເຫຼືອພລາສຕິກ. ເພື່ອແລກປ່ຽນຖອດຖອນບົດຮຽນໃຫ້ແກ່ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດທົ່ວໄປ ລວມເຖີງນ້ອງນັກສືກສາ ປີ 1-3 ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເພື່ອເຊີນຊວນໃຫ້ນ້ອງໆຫັນມາແຍກຂີ້ເຫຍື້ອກ່ອນຖີມ ແລະ ນຳກັບມາໃຊ້ຊໍ້າໃຫ້ເກີດປະໂຫຍດສູງສຸດ. ...
1

Now Opened PTT Station Phongsavanh Lak20

22/12/2020
ສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20 ໄດ້ເປີດໃຫ້ບໍລິການແລ້ວ ໃນວັນທີ 12 ທັນວາ 2020 ຕັ້ງຢູ່ບ້ານຫຼັກ20, ເມືອງຄຳເກີດ, ແຂວງບໍລິຄຳໄຊ.      ເປັນສະຖານີບໍລິການນໍ້າມັນຮູບແບບ Standard P1-3000 ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດໂດຍ ທ່ານ ພົງສະຫວັນ ຍົງທະບູນ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ) ແລະ ບັນດາແຂກພາຍໃນງານ.      ພາຍໃນສະຖານີມີຮ້ານ ຄາເຟ່ ອາເມຊອນ, ຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ ລູກຄ້າ ແລະ ຍັງມີຮ້ານຄ້າອີກຫຼາກຫຼາຍທີ່ຈະເປີດໃຫ້ບໍລິການລູກຄ້າໃນໄວໆນີ້. ...