News and Activity

2-1

ພີທີທີ (ລາວ) ຮ່ວມສົ່ງກຳລັງໃຈໃຫ້ຄະນະແພດໝໍ

18/05/2021
ການລະບາດຂອງພະຍາດໂຄວິດ-19 ຮອບທີສອງນີ້ ເປັນການລະບາດທີ່ຮຸນແຮງກວ່າເກົ່າ ແລະ ກຳລັງລະບາດເປັນວົງກວ້າງໃນປະຈຸບັນ ເຮັດໃຫ້ຄະນະແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງເຮັດວຽກໜັກຫຼາຍຂຶ້ນກວ່າເກົ່າ. ໃນຕອນເຊົ້າວັນທີ 12 ພຶດສະພາ 2021 ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບເຄື່ອງດື່ມໃຫ້ແກ່ຄະນະແພດໝໍ 3 ໂຮງໝໍ ໄດ້ແກ່ ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍ ເສດຖາທິລາດ ເຊິ່ງມີ ເຄື່ອງດື່ມ ຊານົມໄຂ່ມຸກ Pearly Tea ຈໍານວນ 600 ຈອກ ແລະ ຄັອດດັອກຊີສ ຈໍານວນ 300 ໄມ້ ລວມມູນຄ່າ 12,600,000 ກີບ. ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ...
S__8847400

ພີທີທີ (ລາວ) ປະກອບສ່ວນສະໜັບສະໜູນເຂົ້າໃນວຽກງານຕ້ານການແຜ່ລະບາດຂອງພະຍາດ COVID-19

18/05/2021
ໃນວັນທີ 10 ພຶດສະພາ 2021 ພີທີທີທ (ລາວ) ໄດ້ມອບເງິນສະໜັບສະໜູນເຂົ້າໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ຫ້ອງການກຳມະບານ ເມືອງໄຊເສດຖາ ມູນຄ່າ 4,000,000 ກີບ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ບຸນພະຈິດ ມະໂນສານ ຄະນະບໍລິຫານ ປະທານກຳມະບານເມືອງໄຊເສດຖາ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອປະກອບສ່ວນໃນການຊື້ອຸປະກອນທີ່ນຳໃຊ້ເຂົ້າໃນວຽກງານການປ້ອງກັນຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຂອງຫ້ອງການກຳມະບານເມືອງໄຊເສດຖາ. ...
2

PTTLAO donated Fund Supporting LAO PDR to prevent COVID-19 Epidemic.

17/05/2021
ໃນວັນທີ 05 ພຶດສະພາ 2021 ບໍລິສັດ ພີທີທີ (ລາວ) ຈຳກັດ  ຮ່ວມສົມທົບທຶນປະກອບສ່ວນສະຫນັບສະຫນູນໃນການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ໂດຍການມອບເງິນສະຫນັບສະຫນູນມູນຄ່າ 30,000,000 ກີບ ໃຫ້ແກ່ ສະຖານທູດໄທ ປະຈຳ ສປປ ລາວ. ໃຫ້ກຽດຕາງຫນ້າມອບ-ຮັບໂດຍ ທ່ານ ນາງ ວະຣາທິບ ສຸພະຊະວະໂຣດ ອັກຄະຣາຊະທູດທີ່ປຶກສາ ແລະ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ. ເພື່ອປະກອບສ່ວນໃນການຄວບຄຸມ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ຄັ້ງທີສອງທີ່ກຳລັງລະບາດໃນປະເທດລາວ. ...
202104221111-page-001

ແຈ້ງການ ການປ່ຽນແປງເວລາເປີດ-ປິດ ໃຫ້ບໍລິການຂອງປໍ້ານໍ້າມັນ ພີທີທີ (ລາວ) ໃນຊ່ວງເວລາມີການລະບາດຂອງພະຍາດ Covid-19.

22/04/2021
ອີງຕາມການລະບາດຂອງພະຍາດ Covid-19 ແລະ ຄຳສັ່ງການເລກທີ 15/ນຍ, ລົງວັນທີ 21/04/2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ Covid-19. ເພື່ອເປັນການປະຕິບັດຕາມຄຳສັ່ງ ແລະ ການປ້ອງກັນການລະບາດຂອງພະຍາດ Covid-19 ແລະ ການເດີນທາງຂອງພະນັກງານໃນໄລຍະດັ່ງກ່າວ, ດັ່ງນັ້ນ ບໍລິສັດ ພີທີທີ (ລາວ) ຈໍາກັດ ຈຶ່ງຈຳເປັນຕ້ອງໄດ້ປ່ຽນແປງເວລາປິດໃຫ້ບໍລິການ ຂອງປໍ້ານໍ້າມັນ ພີທີທີ (ລາວ) ທົ່ວປະເທດ. ດັ່ງນີ້: ເວລາເດີມ ເປີດເວລາ 06:00 ໂມງ ປິດເວລາ 22:00 ໂມງເວລາໃໝ່ ເປີດເວລາ 06:00 ໂມງ ປິດເວລາ 19:00 ໂມງ ການປະຕິບັດເວລາດັ່ງກ່າວແມ່ນເລີ່ມຕັ້ງແຕ່ ວັນທີ 22/04/2021 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການສະບັບໃໝ່ມາປ່ຽນແທນ. ...
2

ວັນນັດພົບແຮງງານ ຄສບ ຄັ້ງທີ 8 The 8th FEB Recruitment Day

29/03/2021
ຈຸດປະສົງຂອງງານນັດພົບແຮງງານ ຄສບ ຄັ້ງທີ 8 ແມ່ນເປັນການດຶງຕະຫຼາດແຮງງານ ແລະ ຫົວໜ່ວຍແຮງງານມາພົບກັນ ບໍ່ວ່າຈະເປັນວຽກປະຈຳ, ວຽກເສີມ ແລະ ການຮັບນັກສຶກສາຝຶກງານ ພ້ອມທັງເປີດໂອກາດໃຫ້ຫົວໜ່ວຍທຸລະກິດໄດ້ໃຫ້ຂໍ້ມູນກ່ຽວກັບອົງກອນຂອງຕົນ  ເພື່ອເປີດໂອກາດໃຫ້ນັກສຶກສາ ແລະ ບຸກຄົນພາຍນອກທີ່ກຳລັງຊອກວຽກເຮັດງານທຳ ໄດ້ສຶກສາຂໍ້ມູນຂອງພາກສ່ວນທຸລະກິດ ແລະ ບໍລິສັດຕ່າງໆ ທີ່ເຂົ້າມາຮ່ວມງານ ພ້ອມທັງສາມາດສະໝັກວຽກກັບພາກສ່ວນດັ່ງກ່າວໄດ້ເລີຍ. ງານນັດພົບແຮງງານ ຄສບ ຄັ້ງທີ 8 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ  ວັນທີ 25-26 ມີນາ 2021 ນີ້ໂດຍການເຂົ້າຮ່ວມຂອງ ທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ ປອ ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ,...
0001-1

ປະກາດລາຍຊື່ບໍລິສັດທີ່ຂຶ້ນທະບຽນ Vender List (ກໍ່ສ້າງ) ປີ 2021

29/03/2021
ລາຍຊື່ບໍລິສັດທີ່ຂຶ້ນທະບຽນ Vender List (ກໍ່ສ້າງ) ປີ 2021 ...
1

“Opening of Exhibition Area for Products - Information and Market for Lao Enterprise Promotion”

01/03/2021
ເມື່ອວັນທີ 24 ກຸມພາ 2021ທີ່ຜ່ານມາ ສະຖາບັນລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດລາວ. ໄດ້ຈັດ “ງານເປີດພື້ນທີ່ ວາງສະແດງຜະລິດຕະພັນ-ຂໍ້ມູນຂ່າວສານ ແລະ ຕະຫຼາດນັດສົ່ງເສີມວິສາຫະກິດລາວ”  ເຊິ່ງເປັນງານສົ່ງເສີມການເຕີບໂຕພາກ ວິສາຫະກິດລາວ ໂດຍຜ່ານການຈັດ ວາງສະແດງຜະລິດຕະພັນ ແລະ ຂໍ້ມູນຂ່າວສານຂອງບໍລິສັດ ແລະ ການຈັດຕັ້ງຕ່າງໆ.               ພາຍໃນງານໄດ້ມີການວາງສະແດງສິນຄ້າ, ຈໍາໜ່າຍອາຫານ, ເຄູື່ອງດື່ມ ແລະ ຜະລິດຕະພັັນຕ່າງໆ ຈາກຫຼາກຫຼາຍຮ້ານ ຫຼາກຫຼາຍບໍລິສັດ. ໃນນັ້ນ ພີທີທີ (ລາວ) ກໍ່ເປັນໜຶ່ງໃນບໍລິສັດທີ່ສົ່ງເສີມການເຕີບໂຕວິສາຫະກິດຂອງລາວ ແລະ ໄດ້ຮ່ວມເປີດບູ໊ດ “ຮ້ານຊານົມໄຂ່ມຸກ PEARLY TEA” ໃນງານ ໂດຍມີການຈັດໂປຣໂມຊັ້ນ ຊື້ເຄື່ອງດື່ມ 1 ຈອກຮັບຟຣີອີກ 1 ຈອກໄປເລີຍ ເປັນການສົ່ງເສີມການເຕີມໂຕກະຕຸ້ນໃຫ້ລູກຄ້າໄດ້ຮັບຮູ້ເຖິງຜະລິດຕະພັນ “ຊານົມໄຂ່ມຸກ PEARLY TEA” ໃຫ້ຫຼາຍຂຶ້ນ. ...